ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ເວທີປາໄສເສດຖະກິດສາກົນ St.Petersburg

(VOVWORLD) - ໃນຂອບເຂດລາຍການເຂົ້າຮ່ວມເວທີປາໄສເສດຖະກິດສາກົນ St.Petersburg ຄັ້ງທີ 22 ດຳເນີນແຕ່ວັນທີ 24 – 26 ພຶດສະພາ, ວັນທີ 24 ພຶດສະພາ, ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ມີບົດກ່າວປາໄສທີ່ວາລະໄຂເວທີປາໄສ.
ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ເວທີປາໄສເສດຖະກິດສາກົນ St.Petersburg - ảnh 1ຄະນະປະຕິບັດງານເຮັດວຽກກັບການນຳທະນາຄານ AIIB. (ພາບ: TTXVN) 

ໃນບົດກ່າວປາໄສ, ທ່ານ ຫງວຽນວັນບີງ ໄດ້ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເຖິງຜູ້ແທນເຂົ້າຮ່ວມເວທີປາໄສນັບເປັນ 2-3 ໝຶ່ນຄົນທີ່ມາຈາກກ່ວາ 140 ປະເທດໃນໂລກ. ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ກ່າວວ່າ:

        “ພວກຂ້າພະເຈົ້າຖືວ່າ: ຫົວຂໍ້ປີນີ້ແມ່ນ “ກໍ່ສ້າງພື້ນຖານເສດຖະກິດໄວ້ເນື້ອເຊື່ອໃຈ” ໄດ້ດຳເນີນໄປໃນສະພາບການທີ່ເສດຖະກິດໂລກ ສືບຕໍ່ມີທ່າອ່ຽງຟື້ນຟູ, ເຖິງຢ່າງໃດກໍ່ຕາມ ຍັງຄົງຊ້ອນແຝງຄວາມສ່ຽງຫລາຍທີ່ສຸດກ່ຽວກັບການເພີ່ມຂຶ້ນຂອງລັດທິອາລັກຂາການຄ້າ, ຄວາມເຄັ່ງຕຶງດ້ານພູມສາດການເມືອງປີນຂັ້ນໄດຢູ່ຫລາຍພາກພື້ນ, ດັ່ງນັ້ນ ເລື່ອງສ້າງ ແລະ ປັບປຸງຄວາມໄວ້ເນືື້ອເຊື່ອໃຈລະຫວ່າງບັນດາຄູ່ຮ່ວມມືແມ່ນພື້ນຖານເສດຖະກິດ, ລະຫວ່າງບັນດາວິສາຫະກິດ, ລະຫວ່າງບັນດາລັດຖະບານ ແລະ ປະຊາຊົນ ຈະແມ່ນພື້ນຖານສຳຄັນທີ່ສຸດ ເພື່ອຊຸກຍູ້ເສດຖະກິດໂລກເຕີບໂຕເປັນປົກກະຕິ, ໝັ້ນຄົງ ແລະ ກວມລວມ”               

ຕອບກັບ

ຂ່າວ/ບົດ​ອື່ນ