ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ຄະ​ນະ​​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໃນ​ການ​ພົວ​ພັນ​ສອງ​ປະ​ເທດ

(VOVWORLD) - ທ່ານ ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ   ຢັ້ງຢືນວ່າ ບັນດາໝາກຜົນໃນການຮ່ວມມືອັນດີງາມລະຫວ່າງສອງປະເທດໃນໄລຍະຜ່ານມາມີການປະກອບສ່ວນສຳຄັນຂອງຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ
ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ຄະ​ນະ​​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ໃນ​ການ​ພົວ​ພັນ​ສອງ​ປະ​ເທດ - ảnh 1ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ໃຫ້ແກ່ຄະນະພົວພັນຕ່າງປະເທດ ສູນກາງພັກ ປຊຊ ປະຕິວັດ ລາວ (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງຄະນະພົວພັນຕ່າງປະເທດພັກປະຊາຊົນປະຕິວັດ ລາວ, ຕອນເຊົ້າວັນທີ 28 ມິຖຸນາ, ຄະນະຜູ້ແທນສະຖານທູດ ຫວຽດນາມ ໂດຍທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ  ເປັນຫົວໜ້າຄະນະ, ໄດ້ໄປສຳນັກງານໃຫຍ່ ຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ຢູ່ນະຄອນຫຼວງ ວຽງຈັນ ເພື່ອອວຍພອນ.

ທ່ານ ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ   ໄດ້ຢັ້ງຢືນວ່າ ບັນດາໝາກຜົນໃນການຮ່ວມມືອັນດີງາມລະຫວ່າງສອງປະເທດໃນໄລຍະຜ່ານມາມີການປະກອບສ່ວນສຳຄັນຂອງຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ, ປະກອບສ່ວນປັບປຸງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນບັນດາຂົງເຂດ. ທ່ານເອກອັກຄະລັດຖະທູດ ຫວັງວ່າ ໃນໄລຍະຈະມາເຖິງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະສືບຕໍ່ສົມທົບກັບສະຖານທູດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດ ປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃຫ້ເປັນຢ່າງດີ.

ສ່ວນທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ຂອບໃຈຄະນະພົວພັນຕ່າງປະເທດສູນກາງພັກກອມມຸນິດ ຫວຽດນາມ ແລະ ສະຖານທູດ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງຍາມໃດກໍ່ໜູນຊ່ວຍ, ສົມທົບກັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຢ່າງແໜ້ນແຟ້ນ, ປະກອບສ່ວນຊ່ວຍຄະນະປະຕິບັດສຳເລັດໜ້າທີ່ເຊິ່ງພັກປະຊາຊົນປະຕິວັດລາວ ມອບໝາຍໃຫ້.

ຕອບກັບ

ຂ່າວ/ບົດ​ອື່ນ