ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ສາ​ກົນ​ກ່​ວາ 1 ລ້ານ​ເທື່ອ​ຄົນ​ໃນ 4 ເດືອນ​ຢ່າ​ງ​ລຽນ​ຕິດ

(VOVWORLD) - ແຂກທ່ອງທ່ຽວ ສ.ເກົາຫຼີ ມາທ່ຽວ ຫວຽດນາມ ຫຼາຍກວ່າໝູ່ໃນ 10 ເດືອນຜ່ານມາ ດ້ວຍ 2.9 ລ້ານຄົນ.
ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ສາ​ກົນ​ກ່​ວາ 1 ລ້ານ​ເທື່ອ​ຄົນ​ໃນ 4 ເດືອນ​ຢ່າ​ງ​ລຽນ​ຕິດ - ảnh 1(ພາບ: TTXVN )

   ຂ່າວຈາກກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ເມື່ອວັນທີ 27 ຕຸລາ ໃຫ້ຮູ້ວ່າ, ໃນເດືອນຕຸລາປີ 2023, ຫວຽດນາມ ໄດ້ຕ້ອນຮັບແຂກສາກົນກ່ວາ 1.1 ລ້ານເທື່ອຄົນ ຊື່ງເປັນເວລາ 4 ເດືອນຢ່າງລຽນຕິດ ທີ່ຂະແໜງທ່ອງທ່ຽວ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1 ລ້ານເທື່ອຄົນ. ໄລ່ລວມໃນ 10 ເດືອນຂອງປີ 2023, ຈຳນວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸເກືອບ 10 ລ້ານເທື່ອຄົນ.

  ແຂກທ່ອງທ່ຽວ ສ.ເກົາຫຼີ ມາທ່ຽວ ຫວຽດນາມ ຫຼາຍກວ່າໝູ່ໃນ 10 ເດືອນຜ່ານມາ ດ້ວຍ 2.9 ລ້ານຄົນ. ກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຕີລາຄາວ່າ ທົ່ວຂະແໜງໄດ້ມານະພະຍາຍາມພັດທະນາຜະລິດຕະພັນ, ຍົກສູງຄຸນນະພາບການບໍລິການ, ສົ່ງເສີມການໂຄສະນາ… ສະນັ້ນ ຈຳນວນແຂກທ່ອງທ່ຽວສາກົນທັງໝົດມາ ຫວຽດນາມ ໄດ້ລືນກາຍແຜນການ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ດັດສົມເປົ້າໝາຍຮັບຈຳນວນແຂກທ່ອງທ່ຽວສາກົນປີ 2023 ນີ້ ຈາກ 8 ລ້ານເທື່ອຄົນ ຂຶ້ນເປັນປະມານແຕ່ 12-13 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ