ຫວຽດນາມ ຕອບສະຫນອງ ວັນແຫ່ງອຸຕຸນິຍົມໂລກ

ຫວຽດນາມ ຕອບສະຫນອງ    ວັນແຫ່ງອຸຕຸນິຍົມໂລກ - ảnh 1
ພາບປະກອບ: internet

(vovworld) - ພິທີ​ສະ​ເຫລີ​ມສະຫລອງ​ວັນ​ແຫ່ງ​ອຸຕຸ​ນິຍົມ​ໂລກ (23/3) ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງແວດ​ລ້ອມຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 22/3 ຢູ່ ຮ່າ​ໂນ້ຍ. ຫົວ​ຂໍ້​ຂອງ​ວັນ​ດັ່ງກ່າວ​ໂດຍ​ອົງການ​ອຸຕຸນິຍົມ​ໂລກ​ເລືອ​ກ​ເຟັ້ນ​ແມ່ນ: “​ເພ​ີ່ມທະວີ​ກຳລັງ​ແຮງ​ໃຫ້​ແກ່​ອະນາຄົດ ດ້ວຍ​​ຂໍ້​ມູນ​ຂ່າວ​ກ່ຽວ​ກັບພະຍາກອນ​ອາກາດ,​ ດິນ​ຟ້າ​ອາກາດ ​ແລະ ນ້ຳ.” ກ່າວ​ຄຳ​ເຫັນ​ນະ​ພີ​ທີ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ Nguyen Hong Ha ຊີ້​ແຈງ​ວ່າ:

        “​ໃນ​ສານ​ສະບັບ​ຫນຶ່ງ​ເນື່ອງ​ໃນ​ໂອກາດ​ວັນ​ແຫ່ງ​ອຸ​ຕຸ​ນິຍົມ​ໂລກ 2012,​ ອົງການ​ອຸຕຸນິຍົມ​ໂລກ ​ເນັ້ນ​ຫນັກ​ວ່າ:​ ການບັນ​ເທົາ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ​ແມ່ນ​ຫນ້າ​ທີ່​ບຸລິມະ​ສິດຕົ້ນ​ຕໍ. ຂ້າພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ລັດຖະບານ​ບັນດາ​ປະ​ເທດ​ຈ່ົງ​ສືບ​ຕໍ່​ພ້ອມ​ກັບ​ຫວຽດນາມ​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ໃນ​ບັນດາ​ຂົງ​ເຂດ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ອຸຕຸນິຍົມ​ອຸ​ທົກ​ກະສາ​ດ, ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດນາມ​ຫັນ​​ວຽກ​ງານ​ພະຍາກອນ​, ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດເປັນ​ທັນ​ສະ​ໄຫມ​. ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສຳ​ເລັດ​ຫນ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ​ຢ່າງ​ຄົບ​ຖ້ວນ ດ້ວຍ​ຖານະ​ເປັນ​ສະມາຊິກ​ຂອງ​ ອົງການ​ອຸຕຸນິຍົມ​ໂລກ ​.”

 

ຕອບກັບ

ຂ່າວ/ບົດ​ອື່ນ