ຫວຽດນາມ ຕອບສະໜອງວັນໂລກປ້ອງກັນຕ້ານ AIDS

(VOVWORLD) -  ຕອນເຊົ້າວັນທີ 01 ທັນວາ, ທີ່ນະຄອນ ໂຮ່ຈີມິນ ໄດ້ດຳເນີນພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວລະດັບຊາດປ້ອງກັນຕ້ານ HIV/AIDS ແລະ ວັນໂລກປ້ອງກັນ, ຕ້ານ AIDS (01/12) ໂດຍກະຊວງສາທະລະນະສຸກ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ສົມທົບກັນຈັດຕັ້ງ.

ຫວຽດນາມ ຕອບສະໜອງວັນໂລກປ້ອງກັນຕ້ານ AIDS - ảnh 1 ພິທີໂຮມຊຸມນຸມມິດຕິງຕອບສະໜອງເດືອນເຄື່ອນໄຫວລະດັບຊາດປ້ອງກັນຕ້ານ HIV/AIDS ແລະ ວັນໂລກປ້ອງກັນ, ຕ້ານ AIDS 

ກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິກິມຕ໊ຽນ ໃຫ້ຮູ້ວ່າ: ປີ 2018 ແມ່ນປີຢ່າງລຽນຕິດທີ 10, ທີ່ເຊື້ອ HIV/AIDS ຢູ່ ຫວຽດນາມ ໄດ້ຮັບການຄວບຄຸມ, ຫລຸດຜ່ອນຢູ່ທັງ 3 ຄາດໝາຍ: ຈຳນວນຜູ້ຕິດເຊື້ອໃໝ່, ຈຳນວນຜູ້ເປັນ AIDS ແລະ ຈຳນວນຜູ້ເສຍຊີວິດຍ້ອນ AIDS. ອ້າຍ ຫງວຽນແອັງຟອງ ຕາງໜ້າເຄືອຂ່າຍຜູ້ຕິດເຊື້ອ HIV ຫວຽດນາມ, ຜູ້ປະສານງານຫ້ອງການສາຂາພາກໃຕ້ຢູ່ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

        ດ້ວຍສານທີ່ວ່າ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ” ຍາມໃດກໍ່ແມ່ນພື້ນຖານໃຫ້ແກ່ບັນດາອົງການຈັດຕັ້ງກ່ຽວກັບ HIV, ກ່ຽວກັບສຸຂະພາບ ຊ່ວຍໃຫ້ບັນດາຜູ້ທີ່ຕິດເຊື້ອ HIV ມີຄວາມເຊື່ອໝັ້ນຕົນເອງ, ເປັນປົກກະຕິ ແລະ ມີສຸຂະພາບແຂງແຮງເພື່ອເຂົ້າຮ່ວມວິວັດການປິ່ນປົວ.

        ພາຍຫລັງພິທີໂຮມຊຸມນຸມມິດຕິງ, ບັນດາຜູ້ແທນໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຜູ້ທີ່ຕິດເຊື້ອ HIV/AIDS ທີ່ພວມປິ່ວປົວຢູ່ ໂຮງໝໍ ຟ້າມງອັກແທກ.

ຕອບກັບ

ຂ່າວ/ບົດ​ອື່ນ