ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານ

(VOVWORLD) - ກໍ່ທີ່ການຕ້ອນຮັບ, 2 ຝ່າຍກໍ່ປຶກສາຫາລືບາງບັນຫາກ່ຽວກັບພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ຫວຽດນາມ ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນແຖວໜ້າ ແລະ ຍາວນານ - ảnh 1(ທີ່ການຕ້ອນຮັບ)

        ຕອນບ່າຍວັນທີ 10 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານສະມາຊິກສະພາຕ່ຳ, ຫົວໜ້າຄະນະຄົ້ນຄວ້ານະໂຍບາຍຂອງພັກປະຊາທິປະໄຕເສລີ ຍີ່ປຸ່ນ (LDP- ພັກກຳອຳນາດຢູ່ ຍີ່ປຸ່ນ Hagiuda Koichi, ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ປະເທດເພີ່ມທະວີການພົບປະແລກປ່ຽນຂັ້ນສູງ; ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ; ຊຸກຍູ້ການລົງທຶນ, ຖ່າຍຖອດເຕັກໂນໂລຊີ, ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງກວ້າງຂວາງ, ເລິກເຊິ່ງກວ່າ…

        ສ່ວນທ່ານ Hagiuda Koichi ຢືນຢັນວ່າ, ຍີ່ປຸ່ນ ປາດຖະໜາ ຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ຂຶ້ນສູ່ລະດັບສູງໃໝ່. ຍີ່ປຸ່ນ ຈະໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ; ຊຸກຍູ້ບັນດາວິສາຫະກິດ ຍີ່ປຸ່ນ ສືບຕໍ່ເປີດກວ້າງການລົງທຶນເຂົ້າ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

        ກໍ່ທີ່ການຕ້ອນຮັບ, 2 ຝ່າຍກໍ່ປຶກສາຫາລືບາງບັນຫາກ່ຽວກັບພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ, ຍີ່ປຸ່ນ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ; ຮັກສາຄວາມເສລີ, ຄວາມປອດໄພໃນການເດີນທະເລ - ການບິນ, ແກ້ໄຂບັນດາການຂັດແຍ້ງກັນບົນພື້ນຖານກົດໝາຍສາກົນ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕ້ອນຮັບທ່ານ Shiota Koichi, ຜູ້ວ່າການແຂວງ Kagoshima, ຍີ່ປຸ່ນ ທີ່ພວມຢ້ຽມຢາມ ຫວຽດນາມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ