ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບອົງການຊັບສິນທາງປັນຍາໂລກ

(VOVWORLD) - ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ຢືນຢັນຄວາມສຳຄັນຂອງຂົງເຂດຊັບສິນທາງປັນຍາທີ່ມີຕໍ່ການພັດທະນາເສດຖະກິດ ແລະ ເນັ້ນໜັກເຖິງຄວາມສົນໃຈຂອງລັດຖະບານ ຫວຽດນາມ ສຳລັບຊັບສິນທາງປັນຍາ
ຫວຽດນາມ ຖືເປັນສຳຄັນການຮ່ວມມືກັບອົງການຊັບສິນທາງປັນຍາໂລກ - ảnh 1ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ພ້ອມກັບຜູ້ຕາງໜ້າ WIPO
(ພາບ: TTXVN)

        ວັນທີ 09 ເມສາ, ຢູ່ ເຊີແນວ, ປະເທດ ສະວິດ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ ມາຍຟານຢຸງ, ໄດ້ຕ້ອນຮັບ ແລະ ເຮັດວຽກກັບກົມ ອາຊີ - ປາຊີຟິກ, ອົງການຊັບສິນທາງປັນຍາໂລກ (WIPO). ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ຢືນຢັນຄວາມສຳຄັນຂອງຂົງເຂດຊັບສິນທາງປັນຍາທີ່ມີຕໍ່ການພັດທະນາເສດຖະກິດ ແລະ ເນັ້ນໜັກເຖິງຄວາມສົນໃຈຂອງລັດຖະບານ ຫວຽດນາມ ສຳລັບຊັບສິນທາງປັນຍາ, ພິເສດໃນສະພາບ ຫວຽດນາມ ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ເລື່ອງນຳໃຊ້ເຕັກໂນໂລຊີໃໝ່ແມ່ນມາດຕະການແກ້ໄຂສຳຄັນ. ທ່ານໃຫ້ຄຳໝັ້ນສັນຍາວ່າ, ຈະສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊແນວ ກັບ WIPO ແລະ ປາດຖະໜາວ່າ, WIPO ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນບັນດາການເຄື່ອນໄຫວກ່ຽວຂ້ອງເຖິງຊັບສິນທາງປັນຍາ.

        ສ່ວນທ່ານ Andrew Ong, ຫົວໜ້າກົມ ອາຊີ - ປາຊີຟິກຂອງ WIPO ໃຫ້ຮູ້ວ່າ, WIPO ຖືເປັນສຳຄັນການເຄື່ອນໄຫວຮ່ວມມືກັບ ຫວຽດນາມ ແລະ ຖືວ່າ, ຫວຽດນາມ ແມ່ນຈຸດພົ້ນເດັ່ນໃນການເຄື່ອນໄຫວນະວັດຕະກຳ ກໍຄືໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ນຍິງເປັນເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ