ຫວຽດ​ນາມ ນອນ​ໃນ top 10 ປະ​ເທດ​ດີ​ທີ່​ສຸດ​ໃນ​ໂລກ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຕ່າງ​ປະ​ເທດ

(VOVWORLD) -ທະນາຄານ HSBC ຫາກໍ່ປະກາດບົດລາຍງານ HSBC Expat 2019 ຊື່ງແມ່ນຕາຕະລາງຈັດອັນດັບບັນດາປະເທດທີ່ເປັນຕາໜ້າດຳລົງຊີວິດ ແລະ ເຮັດວຽກທີ່ດີທີ່ສຸດໃນໂລກ ສຳລັບຊາວຕ່າງປະເທດ, ໃນນັ້ນຫວຽດນາມ ຖືກຈັດໃນອັນດັບທີ 10 ໃນບັນຊີລາຍຊື່ດັ່ງກ່າວ.
ຫວຽດ​ນາມ ນອນ​ໃນ top 10 ປະ​ເທດ​ດີ​ທີ່​ສຸດ​ໃນ​ໂລກ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ຕ່າງ​ປະ​ເທດ - ảnh 1

ຊາວຕ່າງປະເທດສອນຢູ່ຫວຽດນາມ

 (ພາບ: TTXVN)

  HSBC Expat ໄດ້ອີງຕາມບັນດາຂໍ້ມູນເກັບກຳໄດ້ຈາກຜູ້ອອກແຮງງານຕ່າງປະເທດກ່ວາ 18.000 ຄົນຢູ່ 163 ເຂດແຄ້ວນ. ຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນບັນດາປະເທດມີການຂຶ້ນອັນດັບໄວທີ່ສຸດ. ຈາກອັນດັບທີ 18 ຂອງປີ 2018, ຫວຽດນາມ ໄດ້ບຶ່ນຕົວຂຶ້ນຢູ່ອັນດັບທີ 10 ໃນຕາຕະລາງປີນີ້. HSBC ໄດ້ຍົກອອກບັນດາເຫດຜົນທີ່ພາໃຫ້ຫວຽດນາມ ແມ່ນຈຸດນັບພົບທີ່ດີຂອງຜູ້ອອກແຮງງານຕ່າງປະເທດຄື: ໂອກາດມີວຽກເຮັດງານທຳເປີດກ້ວາງ, ລາຍຮັບສູງ, ຄ່າໃຊ້ຈ່າຍຖືກ, ພື້ນຖານວັດທະນະທຳມີຫຼາຍຮູບຫຼາຍແບບ, ຊາວຫວຽດນາມ ມີຄວາມສະໜິດສະໜົມ, ປະເທດສັນຕິພາບ, ດິນຟ້າອາກາດເອື້ອຍອຳນວຍ ແລະ ທິວທັດທຳມະຊາດສວຍງາມທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ