ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ສຳ​ຄັນຫຼາຍ​ຢ່າງ​ໃນ​ການ​ຊຸກ​ຍູ້​ສິດ​ຂອງ​ພໍ່​ແມ່​ປ​ະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ

(VOVWORLD) - ລະບົບກົດໝາຍ ຫວຽດນາມ ໄດ້ຮັບການສ້າງຕັ້ງ ແລະ ບູລະນະຢ່າງຕໍ່ເນື່ອງ, ຄົບຊຸດພໍສົມຄວນ, ຕອບສະໜອງໄດ້ສິດທິມະນຸດ ໂດຍພື້ນຖານ ໃນນັ້ນມີການຮັບປະກັນບັນດາສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. 
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ສຳ​ຄັນຫຼາຍ​ຢ່າງ​ໃນ​ການ​ຊຸກ​ຍູ້​ສິດ​ຂອງ​ພໍ່​ແມ່​ປ​ະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ - ảnh 1ທ່ານ ອີໂທງ ຮອງລັດຖະມົນຕີ, ຮອງຫົວໜ້າກຳມາທິການຊົນເຜົ່າ, ຫົວໜ້າຄະນະຜູ້ແທນ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ:webtv.un.org )

ຫວຽດນາມ ບັນລຸໄດ້ຄວາມຄືບໜ້າສຳຄັນຫຼາຍຢ່າງໃນການຊຸກຍູ້ສິດຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ນັ້ນແມ່ນການຢັ້ງຢືນຂອງທ່ານ ອີໂທງ ຮອງລັດຖະມົນຕີ, ຮອງຫົວໜ້າກຳມາທິການຊົນເຜົ່າ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເມື່ອກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 111 ຂອງ ຄະນະກຳມະການສົນທິສັນຍາສາກົນ ກ່ຽວກັບການລົບລ້າງທຸກຮູບແບບຈຳແນກເຊື້ອຊາດຜິວພັນ (CERD), ທີ່ຫາກໍ່ດຳເນີນຢູ່ ເຊີແນວ, ປະເທດ ສະວິດ.

ຕາມທ່ານຮອງລັດຖະມົນຕີ ແລ້ວ, ນັບແຕ່ປີ 2013 ມາຮອດປັດຈຸບັນ, ລະບົບກົດໝາຍ ຫວຽດນາມ ໄດ້ຮັບການສ້າງຕັ້ງ ແລະ ບູລະນະຢ່າງຕໍ່ເນື່ອງ, ຄົບຊຸດພໍສົມຄວນ, ຕອບສະໜອງໄດ້ສິດທິມະນຸດໂດຍພື້ນຖານ ໃນນັ້ນມີການຮັບປະກັນ ບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານຮອງລັດຖະມົນຕີ ອີໂທງ ເນັ້ນໜັກວ່າ ຊາວຊົນເຜົ່າສ່ວນໜ້ອຍ ຫວຽດນາມ ຍາມໃດກໍ່ໄດ້ສ້າງເງື່ອນໄຂອຳນວຍເພື່ອຮັບປະກັນຄວາມສະເໝີພາບບັນດາສິດທິມະນຸດ. ໃນເວທີສາກົນ,  ຫວຽດນາມ ໄດ້ຕັ້ງໜ້າ ເຂົ້າຮ່ວມບັນດາເວທີປາໄສ, ກອງປະຊຸມກ່ຽວກັບສິດທິມະນຸດ, ຕ້ານການຈຳແນກເຊື້ອຊາດຜິວພັນ, ໃຫ້ຄຳໝັ້ນສັນຍາປະຕິບັດບັນດາສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ແມ່ນສະມາຊິກ. ປັດຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມ 7/9 ສົນທິສັນຍາສາກົນ ຂອງ ສປຊ ກ່ຽວກັບສິດທິມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ