ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າໃນວັນສາກົນເພື່ອຊາວອົບພະຍົບປີ 2023 ຢູ່ສິງກະໂປ

(VOVWORLD) - ນອກຈາກການຈັດຮ້ານວາງສະແດງແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ແຮງງານເຂົ້າເມືອງ ຢູ່ ສິງກະໂປ
 
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າໃນວັນສາກົນເພື່ອຊາວອົບພະຍົບປີ 2023 ຢູ່ສິງກະໂປ - ảnh 1ບັນດາຜູ້ເຂົ້າຮ່ວມເຫດການ
(ພາບ:Lê Dương/TTXVN)

ວັນທີ 17 ທັນວາ, ຢູ່ ສິງກະໂປ, ກະຊວງຊັບພະຍາກອນມະນຸດ  ສິງກະໂປ ໄດ້ສົມທົບກັບບັນດາຄູ່ຮ່ວມມືຈັດພິທີສະເຫຼີມສະຫຼອງ ວັນສາກົນເພື່ອຊາວອົບພະຍົບ (18 ທັນວາ) ຢູ່ເຂດ Little India ດ້ວຍການເຂົ້າຮ່ວມຂອງແຮງງານຕ່າງປະເທດກ່ວາ 10.000 ຄົນ, ໃນນັ້ນມີແຮງງານ ຫວຽດນາມ. ທີ່ເຫດການ, ຄະນະຕິດຕໍ່ພົວພັນຊາວ ຫວຽດນາມ ມີບັນດາການເຄື່ອນໄຫວປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງ, ຄະນະຈັດຕັ້ງໄດ້ຕີລາຄາສູງ.

        ນອກຈາກການຈັດຮ້ານວາງສະແດງແນະນຳກ່ຽວກັບວັດທະນະທຳ, ອາຫານການກິນ ຫວຽດນາມ ເຖິງເພື່ອນມິດສາກົນ ແລະ ແຮງງານເຂົ້າເມືອງ ຢູ່ ສິງກະໂປ, ຄະນະຕິດຕໍ່ພົວພັນປະຊາຄົມ ຊາວ ຫວຽດນາມ ກໍ່ໄດ້ມອບຂອງຂວັນ 1.000 ພູດ, ເຊິ່ງເປັນເຂົ້າສານ, ໝີ່ສຳເລັດຮູບ ແລະ ເຄື່ອງຂອງຈຳເປັນໃຫ້ແກ່ບັນດາແຮງງານເຂົ້າຮ່ວມເຫດການ.

ຕອບກັບ

ຂ່າວ/ບົດ​ອື່ນ