ຫວຽດ​ນາມ​ ປະ​ຕິ​ບັດ​ໃຫ​້​ສຳ​ເລັດ​​ອາ​ຍຸ​ການ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ປະ​ເທດ ອາຊຽນ ຢູ່ ແອັດ​ສະ​ປາຍເປັນ​ຢ່າງ​ດີ

(VOVWORLD) -  ທ່ານ ໂງຕ໊ຽນຢູ້ງ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ຈະຕັ້ງໜ້າສືບຕໍ່ສົມທົບກັບສະຖະທູດ ອິນໂດເນເຊຍ ເພື່ອຊ່ວຍໃຫ້ບັນດາການເຄື່ອນໄຫວຕ່າງໃນຂອບເຂດ ACM ໄດ້ດຳເນີນໄປຢ່າງສະດວກ ແລະ ມີປະສິດທິຜົນທີ່ສຸດ.
ຫວຽດ​ນາມ​ ປະ​ຕິ​ບັດ​ໃຫ​້​ສຳ​ເລັດ​​ອາ​ຍຸ​ການ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ປະ​ເທດ ອາຊຽນ ຢູ່ ແອັດ​ສະ​ປາຍເປັນ​ຢ່າງ​ດີ - ảnh 1ທ່ານ ໂງຕ໊ຽນຢູ້ງ ເອກອັກຄະລັດຖະທູດ ຫວຽດນາມ(ຜູ້ຢູ່ກາງ) ກັບບັນດາສະມາຊິກ ACM ປະຈຳ Madrid (ພາບ: TTXVN)

        ວັນທີ 3 ກໍລະກົດ, ຢູ່ Madrid, ທ່ານ ໂງຕ໊ຽນຢູ້ງ ເອກອັກຄະລັດຖະທູດ ຫວຽດນາມໄດ້ເປັນປະທານວາລະປະຊຸມປະຈຳປີຄະນະກຳມະການບັນດາປະເທດ ອາຊຽນ ປະຈຳ Madrid (ACM) - ແອັດສະປາຍ, ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຟິລິບປິນ ແລະ ຫວຽດນາມ, ສະຫຼຸບການເຄື່ອນໄຫວໃນ 6 ເດື່ອນຕົ້ນປີ 2019 ແລະ ມອບຕຳແໜ່ງປະທານ ACM ໃຫ້ແກ່ທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ.

        ທີ່ວາລະປະຊຸມ, ທ່ານ ໂງຕ໊ຽນຢູ້ງ ເອກອັກຄະລັດຖະທູດ ຫວຽດນາມໄດ້ສະຫຼຸບການເຄື່ອນໄຫວໃນ ໄລຍະທີ່ສະຖານທູດ ຫວຽດນາມ ເປັນປະທານໝູນວຽນ ACM ( 6 ເດືອນຕົ້ນປີ 2019), ໃນນັ້ນມີການເຄື່ອນໄຫວຫຼາຍຢ່າງໄດ້ຊຸກຍູ້ຄວາມເຂົ້າໃຈ ແລະ ເຊື່ອມຕໍ່ການພົວພັນລະຫວ່າງບັນດາປະເທດ ອາຊຽນປະຈຳ Madrid ກັບບັນດາອົງການອຳນາດການປົກຄອງຂອງ ແອັດສະປາຍ ແລະ ບັນດາເຂດທ້ອງຖິ່ນ…

        ທ່ານ ໂງຕ໊ຽນຢູ້ງ ໄດ້ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ຈະຕັ້ງໜ້າສືບຕໍ່ສົມທົບກັບສະຖະທູດ ອິນໂດເນເຊຍ ເພື່ອຊ່ວຍໃຫ້ບັນດາການເຄື່ອນໄຫວຕ່າງໃນຂອບເຂດ ACM ໄດ້ດຳເນີນໄປຢ່າງສະດວກ ແລະ ມີປະສິດທິຜົນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ