ຫວຽດນາມ ປາດຖະໜາ ຢາກຊຸກຍູ້ການຮ່ວມມືຮອບດ້ານກັບເບລາຣຸດ

ຫວຽດນາມ ປາດຖະໜາ ຢາກຊຸກຍູ້ການຮ່ວມມືຮອບດ້ານກັບເບລາຣຸດ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟຸຈ້ອງ
ເຈລະຈາ​ກັບ​ທ່ານປະທານາທິບໍດີ Alexander Lukashenko)


(vovworld) – ​ ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ​ເບ​ລາຣຸດ, ​ໃນ​ຕອນ​ບ່າຍ​ວັນ​ທີ 26/11 (ຕາມ​ເວລາ​ທ້ອງ​ຖິ່ນ), ຢູ່​ສຳນັກງານ​ປະທານາທິບໍດີ, ທີ່ນະຄອນຫຼວງ Mink, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານປະທານາທິບໍດີ Alexander Lukashenko. ຢູ່​ທີ່​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ເປັນ​ສຳຄັນ ກໍ່​ຄືປາດ​ຖະໜາ​ຢາກ​ຊຸກຍູ້ການ​ພົວພັນ​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ ​ໃຫ້​​ເໝາະສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ອັນ​ດີງາມ ​​ແລະ ຄວາມ​ສາມາດ​ບົ່ມຊ້ອນ​ຂອງ​ແຕ່ລະ​ຝ່າຍ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ປະ​ທາ​ນາ​ທິບໍດີ Alexander Lukashenko ເຫັນ​ດີ​ນຳ​ກັນ​​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດຕື່ມ​ອີກ; ຍູ້​ແຮງ​ການ​ພົວພັນ​​ໃນທຸກ​ດ້ານຄື: ພາກລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ພັກ​​ການ​ເມືອງ, ບັນດາອົງການ​ສັງຄົມ ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ກໍ່​ຄື​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ຮ່ວມ​ມື​ແລກປ່ຽນ​​ບົດຮຽນ​​ໃນ​ການຊີ້​ນຳ​ນຳພາ, ຄຸ້ມ​ຄອງ​ປະ​ເທດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ປັບປຸງ, ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ 2 ປະ​ເທດ.

        ດ້ວຍ​ຖານະ​ເປັນ​ສະມາຊິກ​ໃນ​ພັນທະ​ມິດ​ພາສີ, ​ເບ​ລາຣຸດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍູ້​ແຮງ​ສິ້ນ​ສຸດ​ການ​ເຈລະຈາ ​ແລະ ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA) ​ລະຫວ່າງ​ຫວຽດນາມ ກັບ​ພັນທະ​ມິດ​ພາສິດັ່ງກ່າວ​ໂດຍ​ໄວ. ພ້ອມ​ທັງ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ສິນຄ້າ​ຫວຽດນາມ ນຳ​ເຂົ້າຕະຫຼາດ​​ເບ​ລາຣຸດ ​ຫຼາຍ​ກວ່າ​ອີກ.

        ການ​ນຳ 2 ປະ​ເທດ​ໄດ້​​ເຫັນ​ດີເປັນ​ເອກະ​ພາບ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ; ພ້ອມ​ກັນ​ມານະ​ພະຍາຍາມ​ປະຕິບັດ​ສັນຍາ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ຂໍ້​ຕົກລົງ​ທີ​ໄດ້​ລົງ​ນາມ​ໃນ​ບັນດາ​ຂົງ​ເຂດ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ.

        2 ຝ່າຍ​ເຫັນ​ດີ​ຄວນເພີ່ມ​ທະວີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວ​ທີ່ກ່ຽວຂ້ອງ​​ເຖິງ​ບັນດາ​ບັນຫາພາກ​ພື້ນ ​ແລະ ສາກົນຢ່າງ​ມີ​ປະສິດທິ​ຜົນ​, ​​ໂດຍຜ່ານ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​​ແລ້ວ, ຜ່ານ​ການພົບ​ປະ, ​ແລກປ່ຽນ 2 ຝ່າຍ ​ແລະ ຢູ່ເວທີ​ປາ​ໄສ​ສາກົນ​ຫຼາຍ​ຝ່າຍ.

        ກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ, ການ​ນຳ 2 ທ່ານ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງ​ວົນ​ກ່ຽວ​ກັບບັນດາ​ການ​ຜັນ​ແປ​ຫວ່າງ​ມໍ່ໆ​ມາ​ນີ້, ປາດ​ຖະໜາ​ວ່າ​ຝ່າຍຕ່າງໆ​ຈະ​​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

        ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ພາຍ​ຫຼັງການ​ເຈລະຈາ. ທ່ານ​ປະທານາທິບໍດີ Lukashenko ຊີ້​ແຈ້ງວ່າ.

    “​ໃນ​ອະນາຄົດ ພວກ​ເຮົາ​ຈະສືບ​ຕໍ່​ເພີ່ມ​ທະວີ​ດຶງ​ດູດ​ການ​ລົງທຶນ, ສ້າງ​ຕັ້ງ​ບັນດາ​ບໍລິສັດ​ຮ່ວມ​ທຸລະ​ກິດ​ລະຫວ່າງ 2 ປະ​ເທດ ກໍ່​ຄື​ເພີ່ມ​ທະວີ​ໂຄງ​ການ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ. ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພັນທະ​ມິດ​ພາສີ. ​ເບ​ລາຣຸດ ​ແລະ ຫວຽດນາມ ສືບ​ຕໍ່ຮັກສາ​ການ​ພົບ​ປະ​ດ້ານ​ການ​ເມືອງ​ທຸກ​ຂັ້ນເປັນ​ປະຈຳ, ພິ​ເສດ​ແມ່ນ​ຂັ້ນ​ສູງ.”

    ສ່ວນ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຖື​ວ່າ, ຫວຽດນາມ ​ແລະ ​ເບ​ລາຣຸດ ມີ​ຜົນ​ປະ​ໂຫຍ​ດຄ້າຍ​ຄື​ກັນ​ຫຼາຍ​ຢ່າງ, ມີ​ຄວາມ​ສາມາດ​ບົ່ມຊ້ອນ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື, ​ໃນ​ນັ້ນ​ມີ​ການ​ເຊື່ອມ​ຕໍ່​​ 2 ພື້ນຖານ​ເສດຖະກິດ​ໃນ​ໄລຍະ​ຍາວ.

   “ພວກ​ຂ້າພະ​ເຈົ້າ​​ໄດ້​ເປັນ​​ເອກະ​ພາບນຳ​ກັນ​ວ່າຈະສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດ​າວິ​ສາ​ຫະກິດ, ນັກ​ລົງທຶນ 2 ປະ​ເທດ​ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ໜູນ​ຊ່ວຍ​ຈັດ​ຕັ້ງບັນດາ​ເຄື່ອນ​ໄຫວ​ສົ່ງ​ເສີມ​ດ້ານການ​ຄ້າ ​ເພື່ອ​ຊ່ວຍ​​ໃຫ້ສິນຄ້າ, ການ​ບໍລິການ​​ແຫຼ່ງ​ເງິນ​ລົງທຶນ​ລະຫວ່າງ 2 ປະ​ເທດ​ສາມາດ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ຂອງ​ກັນ ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ”.

   ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ມີ​ການ​ພົບ​ປະ​ກັບ​​ປະຊາຄົມ​ຊາວຫວຽດນາມ ອາ​ໄສ​ຢູ່​ເບ​ລາຣຸດ. ທ່ານ​ເລຂາທິການ​ໃຫຍ່​ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເບ​ລາຣຸດ ຍາມ​ໃດ​ກໍ່​ມີ​ຄວາມສາມັກຄີ​, ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ, ​ທັງ​ຮັກສາ​ສີສັນ​ຊາດ, ທັງເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ