ຫວຽດ​ນາມ - ຝ​ລັ່ງ ວາງ​ເປົ້າໝາຍ ທ້າຍ​ປີ 2022 ນຳ​ເສັ້ນ​​ທາງ​ລົດ​ໄຟ​ຟ້າ​ຕອນ Metro ຫຍົນ - ສະ​ຖາ​ນີ​ລົດ​ໄຟ ຮ່າ​ໂນ້ຍ ເຂົ້າ​ໃຊ້​ງານ

(VOVWORLD) -ໂຄງການກໍ່ສ້າງທາງລົດໄຟຟ້າຕອນ Metro ເລກທີ 3 ຢູ່ ຮ່າໂນ້ຍ ໄດ້ຮັບການໜູນຊ່ວຍດ້ານການເງິນຈາກ ຝລັ່ງ ດ້ວຍກວ່າ 500 ລ້ານ ເອີໂຣ ແລະ ຄາດວ່າ ນັບແຕ່ນີ້ຮອດທ້າຍປີ 2022 ຈະນຳເສັ້ນທາງບົດໄຟຟ້າຕອນດັ່ງກ່າວເຂົ້າໃຊ້ງານຢ່າງເປັນທາງການ.
ຫວຽດ​ນາມ - ຝ​ລັ່ງ ວາງ​ເປົ້າໝາຍ ທ້າຍ​ປີ 2022 ນຳ​ເສັ້ນ​​ທາງ​ລົດ​ໄຟ​ຟ້າ​ຕອນ Metro ຫຍົນ - ສະ​ຖາ​ນີ​ລົດ​ໄຟ ຮ່າ​ໂນ້ຍ ເຂົ້າ​ໃຊ້​ງານ - ảnh 1ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ພົບປະກັບຜູ້ຕາງໜ້າບັນດາກຸ່ມບໍລິສັດ ຝລັ່ງ 

ໃນການຢ້ຽມຢາມ ຝລັ່ງ ຫາກໍສິ້ນສຸດຂອງຄະນະປະຕິບັດງານຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າ. ສອງປະເທດ ຝລັ່ງ - ຫວຽດນາມ ໄດ້ເປັນເອກະພາບກັນໃນຫຼາຍບັນຫາສຳຄັນກ່ຽວກັບທຸກຂົງເຂດການຮ່ວມມື, ໃນນັ້ນມີເລື່ອງ ກໍ່ສ້າງໃຫ້ສຳເລັດ ແລະ ນຳເສັ້ນທາງລົດໄຟຟ້າຕອນ Metro ເລກທີ 3 ຢູ່ ຮ່າໂນ້ຍ ເຂົ້າໃຊ້ງານ. ໂຄງການກໍ່ສ້າງທາງລົດໄຟຟ້າຕອນ Metro ເລກທີ 3 ຢູ່ ຮ່າໂນ້ຍ ໄດ້ຮັບການໜູນຊ່ວຍດ້ານການເງິນຈາກ ຝລັ່ງ ດ້ວຍກວ່າ 500 ລ້ານ ເອີໂຣ ແລະ ຄາດວ່າ ນັບແຕ່ນີ້ຮອດທ້າຍປີ 2022 ຈະນຳເສັ້ນທາງບົດໄຟຟ້າຕອນດັ່ງກ່າວເຂົ້າໃຊ້ງານຢ່າງເປັນທາງການ.

ຢູ່ນອກ “ເວທີປາໄສວິສາຫະກິດ ຝລັ່ງ - ຫວຽດນາມ” ທີ່ຖືກຈັດຂຶ້ນຢູ່ສຳນັກງານຂອງ ສະຫະສະມາຄົມວິສາຫະກິດ ຝລັ່ງ (Medef), ວັນທີ 4 ພະຈິກ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ ຝລັ່ງ ທີ່ເຂົ້າຮ່ວມໂຄງການກໍ່ສ້້າງເສັ້ນທາງຕອນ Metro ເລກທີ 3 ຢູ່ ຮ່າໂນ້ຍ ກໍໄດ້ມີການແລກປ່ຽນໂດຍກົງ ກັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ. ບັນດາກຸ່ມບໍລິສັດ ຝລັ່ງ ຫວັງວ່າ ຫວຽດນາມ ຈະສ້າງເງື່ອນໄຂເພື່ອໃຫ້ສິ້ນສຸດໜ້າວຽກຕ່າງໆຢູ່ ສະຖານີລົດໄຟ Depot ຫຍົນ, ພ້ອມທັງຫວັງວ່າ ສອງຝ່າຍຈະຊຸກຍູ້ການລົງນາມສັນຍາສະບັບໃໝ່ໃຫ້ແກ່ໄລຍະທາງຕໍ່ໄປ. ທ່ານ Eric Alix, ຜູ້ອຳນວຍການຝ່າຍບໍລິຫານ RATP Smart Systems, ຂຶ້ນກັບກຸ່ມບໍລິສັດຂຸດຄົ້ນລະບົບຄົມມະນາຄົມສາທາລະນະໃຫຍ່ທີ່ສຸດຂອງນະຄອນຫຼວງ ປາຣີ, ກໍໄດ້ເຂົ້າຮ່ວມການກໍ່ສ້າງລະບົບຂາຍ ແລະ ຄວບຄຸມປີ້ລົດເອເລັກໂຕນິກຂອງເສັ້ນທາງລົດໄຟຟ້າຕອນ Metro ເລກທີ 3 ໃຫ້ຮູ້ວ່າ:

        “ພວກຂ້າພະເຂົ້າໄດ້ມີການແລກປ່ຽນສົນທະນາກັບທ່ານລັດຖະມົນຕີ ກະຊວງແຜນການ - ການລົງທຶນ ຫວຽດນາມ ຢ່າງມີປະສິດທິຜົນທີ່ສຸດ ແລະ ປັດຈຸບັນ ມີບໍລິສັດ ຝລັ່ງ ຫຼາຍແຫ່ງ ໄດ້ເຂົ້າຮ່ວມໂຄງການນີ້ ເພື່ອໃຫ້ລົດໄຟໄຟ້າໄດ້ແລ່ນໃນເສັ້ນທາງຕອນນີ້ໂດຍໄວ”.

ຕອບກັບ

ຂ່າວ/ບົດ​ອື່ນ