ຫວຽດນາມ ພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບການອະນຸລັກຊີວະນາໆພັນ

(VOVWORLD) - ດ້ວຍເນື້ອທີ່ປ່າກວ່າ 14,7 ລ້ານເຮັກຕາ, ເຂດປ່າຂອງ ຫວຽດນາມ ແມ່ນບ່ອນອາໄສຂອງສັດປ່າ, ພຶກສາສາດນັບໝື່ນຊະນິດ.
ຫວຽດນາມ ພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບການອະນຸລັກຊີວະນາໆພັນ - ảnh 1(ພາບປະກອບ: dangcongsan.vn)

          ໃນຂອບເຂດລາຍການ ທູດສື່ສານກ່ຽວກັບການອະນຸລັກຊີວະນາໆພັນ, ຕອນບ່າຍວັນທີ 26 ກັນຍາ, ຢູ່ແຂວງ ເລິມດົ່ງ, ກົມກະສິກຳປ່າໄມ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໄດ້ສົມທົບກັບອົງການພັດທະນາແຫ່ງຊາດອາເມລິກາ (USAID) ຈັດກອງປະຊຸມໂອ້ລົມສົນທະນາດ້ວຍຫົວຂໍ້ “ພັດທະນາການທ່ອງທ່ຽວຊີວະພາບຕິດພັນກັບການອະນຸລັກຊີວະນາໆພັນ”.

          ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານ ຈ້ຽວວັນລຶກ, ຮອງຫົວໜ້າກົມກະສິກຳປ່າໄມ້ ໃຫ້ຮູ້ວ່າ, ດ້ວຍເນື້ອທີ່ປ່າກວ່າ 14,7 ລ້ານເຮັກຕາ, ເຂດປ່າຂອງ ຫວຽດນາມ ແມ່ນບ່ອນອາໄສຂອງສັດປ່າ, ພຶກສາສາດນັບໝື່ນຊະນິດ. ປະຈຸບັນ, ບັນດາເຂດປ່າດົ່ງດິບ, ປ່າສະຫງວນແຫ່ງຊາດ... ໄດ້ ແລະ ພວມເປັນບ່ອນຈັດການເຄື່ອນໄຫວດ້ານການທ່ອງທ່ຽວ, ສະຖານທີ່ຢ້ຽມຊົມປ່າ ແລະ ສັດປ່າ. ຜ່ານນັ້ນ, ໄດ້ສ້າງວຽກເຮັດງານທຳເພື່ອຫາເງິນລ້ຽວຊີບໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນເຂດ “ເຂດເຊື່ອມຕໍ່”:

          “ພວກເຮົາບໍ່ພຽງແຕ່ປົກປັກຮັກສາ ແລະ ປົກປ້ອງປ່າເທົ່ານັ້ນ ຫາກຍັງເສີມຂະຫຍາຍບົດບາດ ແລະ ຜົນປະໂຫຍດຈາກການອະນຸລັກຊີວະນາໆພັນ  ເພື່ອຮັບໃຊ້ ການດຳລົງຊີວິດຂອງມະນຸດ. ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ກົນໄກນະໂຍບາຍພວມສືບຕໍ່ສ້າງໃຫ້ສົມບູນແບບ, ໃນໄລຍະຈະມາເຖິງ, ຈະສືບຕໍ່ ພັດທະນາການອະນຸລັກຊີວະນາໆພັນຢ່າງແຮງ ແລະ ຕິດພັນກັບການທ່ອງທ່ຽວຊີວະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ