ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -   ຕອນບ່າຍວັນທີ 14 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Alok Kumar Sharma, ລັດຖະມົນຕີ ລັດຖະບານ ອັງກິດ, ປະທານກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແນໃສ່ຊຸກຍູ້ການຜັນຂະຫຍາຍໝາກຜົນຂອງກອງປະຊຸມດັ່ງກ່າວ.
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ກຳນົດວ່າ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາໜ້າທີ່ທີ່ຍາກ ແຕ່ແມ່ນໜ້າທີ່ຈຸດສຸມ ແລະ ຮີບດ່ວນ. ຫວຽດນາມ ຈະພ້ອມກັບປະຊາຄົມສາກົນ ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຖືນີ້ແມ່ນໂອກາດເພື່ອຫັນປ່ຽນຮູບແບບການພັດທະນາໄປຕາມທິດຂຽວ, ໝູນວຽນ ແລະ ມີທາດກາກບອນ ຕ່ຳ.

     ສ່ວນທ່ານ ລັດຖະມົນຕີ, ປະທານ COP26 Alok Kumar Sharma ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຕັ້ງໜ້າຮ່ວມມື, ແບ່ງປັນປະສົບການໃຫ້ ຫວຽດນາມ ເພື່ອໜູນຊ່ວຍການຜັນຂະຫຍາຍບັນດາຄຳໝັນສັນຍາ; ພ້ອມທັງໃຫ້ຮູ້ວ່າ ລາຊະອານາຈັກ ອັງກິດ ຈະພະຍາຍາມໜູນຊ່ວຍ ຫວຽດນາມ ສຳຜັດ ແລະ ລະດົມແຫຼ່ງການເງິນທີ່ຈຳເປັນ ໃນຂະບວນການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ