ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນຂອງສະພາດຳເນີນທຸລະກິດອາຊີ

ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດານັກລົງທຶນຂອງສະພາດຳເນີນທຸລະກິດອາຊີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້
ເຂົ້າ​ຮ່ວມ​ງານ​ລ້ຽງ​ຂ່ຳນັບຊົມ​ເຊີຍ​ເວທີ​ປາ​ໄສ​ລະດູບານ​ໃໝ່ 2017
(ພາບ: TTXVN)

(vovworld) - ຕອນ​ຄ່ຳ​ວັນ​ທີ 23/02 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂ່ຳນັບຊົມ​ເຊີຍ​ເວທີ​ປາ​ໄສ​ລະດູບານ​ໃໝ່ 2017 ດ້ວຍ​ຫົວ​ຂໍ້​ວ່າ: “ການ​ລົງທຶນ​ໃຫ້ 50 ປີ​ຕໍ່​ໄປ: ຄວາມ​ໝັ້ນຄົງ ​ແລະ ລັກສະ​ນະປະດິດ​ຄິດ​ສ້າງ” ​ໂດຍ​ສະພາ​ດຳ​ເນີນ​ທຸລະ​ກິດ ອາຊີ ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ທ່າ​ນຮອງນາຍົກລັດຖະມົນຕີ ເວື​ອງດີງ​ເຫວ້ ຕີ​ລາຄາ​ສູງ​ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສ​ມີລົມຫາຍໃຈຂອງຍຸກ​ສະ​ໄໝ, ​ໄປທັນ​ບັນດາ​ທ່າ​ອ່ຽງ ​ແລະ ກະ​ແສ​ຟອງໃໝ່​ສຸດ, ບໍ່​ພຽງ​ແຕ່​ຢູ່ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ທັງ​ພາກ​ພື້ນ ​ແລະ ​ໂລກອີກ​ດ້ວຍ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ເວື​ອງດີງ​ເຫວ້ ຫວັງ​ວ່າ ​ເວທີ​ປາ​ໄສ​ຈະ​ມີ​ບັນດາ​ວາລະ​ປຶ​ກສາ​ຫາລື​ຕັ້ງໜ້າ ​ແລະ ຟົດ​ຟື້ນ​ກ່ຽວ​ກັບ​ການ​ພົວພັນໜູນ​ຊ່ວຍ​ລະຫວ່າງ​ຂໍ້​ລິ​ເລີ່​ມ ​ແ​ລະ ການ​ພັດ​ມະ​ນາ​ແບບ​ຍືນ​ຍົງ, ​ແບ່ງປັນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ເປີດ​ເຜີຍ ​ເພື່ອ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ ​ໃນ​ນັ້ນ​ມີ​ ຫວຽດນາມ. ​ເມື່ອ​ແລກປ່ຽນ​ກັບ​ບັນ​ດາ​ສະມາຊິກ​ສະພາ​ດຳ​ເນ​ີນທຸລະ​ກິດ ອາຊີ​ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ເວື​ອງດີງ​ເຫວ້ ຢືນຢັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ປະຕິບັດ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຢ່າງ​ຕັ້ງໜ​້າ, ​ເປັນ​ເຈົ້າ​ການ​ເຊື່ອ​ມ​ໂຍງ​ເຂົ້າກັບ​ເສດຖະກິດ​ສາກົນ, ກາຍ​ເປັນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທຸກ​ປະ​ເທດ​ເພື່ອນ​ຄ້າ ​ແລະ ບັນດາ​ນັກ​ລົງທຶນ. ທ່ານ​ຮອງນາຍົກ​ລັດຖະມົນຕີ ເວື​ອງດີງ​ເຫວ້ ​ເນັ້ນ​ໜັກ​ວ່າ ຫວຽດນາມ ຂ່ຳ​ນັບ​ຮັບ​ຕ້ອນ ​ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້ແກ່​ບັນ​ດ​ານັກ​ລົງ​ທຶນ, ພິ​ເສດ​ແມ່ນ​ບັນດາ​ນັກ​ລົງ​ທຶນ​ມີ​ເຕັກ​ໂນ​ໂລຢີດີ, ມີທັກ​ສະການ​ການ​ຄຸ້ມ​ຄອງ​ດີ ​ແລະ ພິ​ເສດ​ແມ່ນ​ບຸລິມະສິດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ພ້ອມ​ແລ​້ວ​ຈະເຊື່ອ​ມຕໍ່​ກັບ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ​ເໝາະ​ສົມ​ກັບ​ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຂອງ ຫວຽດນາມ ຄືນ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ