ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປ່ຽນ​ແປງ ເພື່ອ​ຕອ​ບ​ສະ​ໜອງ​ບັນ​ດາ​ມາດ​ຕະ​​ຖານ​ແຮງ​ງານ​ສາ​ກົນ

(VOVWORLD) - ກອງປະຊຸມສຳມະນາ “ກາລະໂອກາດ, ສິ່ງທ້າທາຍສຳລັບວິສາຫະກິດ ແລະ ລະບົບສະໜອງການສົ່ງອອກຂອງ ຫວຽດນາມ”, ໂດຍ ສະຖາບັນຄົ້ນຄວ້າການບໍລິຫານເສດຖະກິດສູນກາງ ສົມທົບກັບອົງການແຮງງານສາກົນ (ILO) ຈັດຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ  ຢູ່ຮ່າໂນ້ຍ.
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ປ່ຽນ​ແປງ ເພື່ອ​ຕອ​ບ​ສະ​ໜອງ​ບັນ​ດາ​ມາດ​ຕະ​​ຖານ​ແຮງ​ງານ​ສາ​ກົນ - ảnh 1ກອງປະຊຸມສຳມະນາ “ກາລະໂອກາດ, ສິ່ງທ້າທາຍສຳລັບວິສາຫະກິດ ແລະ ລະບົບສະໜອງການສົ່ງອອກຂອງ ຫວຽດນາມ” (ພາບ: doanhnghiepvn.vn) 

ນັບແຕ່ຕົ້ນເດືອນມິຖຸນາ 2023, ສະພາຕ່ຳ ເອີຣົບ ໄດ້ຮັບຮອງເອົາຄຳສັ່ງ ວ່າໂດຍບັງຄັບໃຫ້ວິສາຫະກິດທີ່ມີຂອບຂະໜາດໃດໜຶ່ງ ຈະຕ້ອງປະຕິບັດການສຳຫຼວດກວດກາລະບົບການສະໜອງກ່ຽວກັບການປະຕິບັດຄວາມຮັບຜິດຊອບສັງຄົມ ແລະ ສິ່ງແວດລ້ອມ, ລວມທັງບັນດາມາດຕະຖານແຮງງານ, ເມື່ອນຳສິນຄ້າເຂົ້າຕະຫຼາດນີ້. ສິ່ງທີ່ໜ້າສົນໃຈແມ່ນ ທ່າອຽງເພີ່ມທະວີການຄວບຄຸມມາດຕະຖານແຮງງານ, ພວມດຳເນີນຢູ່ບັນດາຕະຫຼາດສົ່ງອອກໃຫຍ່ຂອງ ຫວຽດນາມ. ນີ້ແມ່ນສິ່ງທ້າທາຍໃຫຍ່ສຳລັບວິສາຫະກິດ ແລະ ລະບົບສະໜອງການສົ່ງອອກໃນໄລຍະຈະມາເຖິງ. ທ່ານ ປອ. ຫງວຽນມິງຖາວ, ຫົວໜ້າ, ຄະນະຄົ້ນຄວ້າສິ່ງແວດລ້ອມດຳເນີນທຸລະກິດ ແລະ ຄວາມສາມາດແກ້ງແຍ້ງ ສັງກັດ ສະຖາບັນຄົ້ນຄວ້າການບໍລິຫານເສດຖະກິດສູນກາງ, ຖືວ່າ:

        “ບາງປະເທດໃນ EU ຫຼື ອາເມລິກາ ໄດ້ຈັດວາງບັນດາມາດຕະຖານກ່ຽວກັບແຮງງານ, ບໍ່ພຽງແຕ່ຍົກອອກບັນດາຄວາມຮຽກຮ້ອງຕ້ອງການເທົ່ານັ້ນ ຫາກຍັງຮຽກຮ້ອງຕ້ອງຫັນມາດຕະຖານສາກົນເປັນກົດໝາຍຢູ່ພາຍໃນປະເທດ ແລະ ປະຕິບັດບັນດາຄວາມຮຽກຮ້ອງຕ້ອງການນັ້ນ. ຫວຽດນາມ ຕ້ອງມີການກະກຽມລ່ວງໜ້າ ແລະ ພ້ອມແລ້ວທີ່ຈະປ່ຽນແປງເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຈາກນັ້ນ ສິນຄ້າ, ການບໍລິການ ຫວຽດນາມ ຈະມີຄວາມສະດວກກວ່າ ໃນການແຊກຊຶມເຂົ້າກັບຕະຫຼາດນີ້”.

 


ຕອບກັບ

ຂ່າວ/ບົດ​ອື່ນ