ຫວຽດນາມ ຢັ້ງຢືນ​ຄືນ​ໃໝ່ການສະໜັບສະໜູນຢ່າງ​ແຮງ ຕໍ່​ສົນທິສັນຍາ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ

(VOVWORLD) -ວັນທີ 26 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ດໍາເນີນວາລະປະຊຸມກ່ຽວກັບ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ເນື່ອງໃນໂອກາດ ສົນທິສັນຍາສະບັບດັ່ງກ່າວໄດ້ຮັບການໃຫ້ສັດຕະຍາບັນ ແລະ ມີຜົນສັກສິດ ຄົບຮອບ 50 ປີ. 
ຫວຽດນາມ ຢັ້ງຢືນ​ຄືນ​ໃໝ່ການສະໜັບສະໜູນຢ່າງ​ແຮງ ຕໍ່​ສົນທິສັນຍາ ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ - ảnh 1ວາລະປະຊຸມກ່ຽວກັບ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (ພາບ: TTXVN)

        ກ່າວຄໍາເຫັນທີ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ຢູ່ ສປຊ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງຂອງຫວຽດນາມ ຕໍ່ການຜັນຂະຫຍາຍສົນທິສັນຍາສະບັບດັ່ງກ່າວໃຫ້ມີຄວາມດຸ່ນດຽງໃນທັງ 3 ເສົາຄໍ້າ, ນັ້ນແມ່ນ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຫຼຸດຜ່ອນນິວເຄຼຍ ແລະ ນໍາໃຊ້ພະລັງງານນິວເຄຼຍຮັບໃຊ້ຈຸດປະສົງສັນຕິພາບ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍຢັ້ງຢືນວ່າ ຫວຽດນາມ ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມທັງໝົດຂອງສາກົນ ກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ລວມທັງບັນດາສົນທິສັນຍາທົ່ວໂລກ ແລະ ພາກພື້ນ; ປະຕິບັດຕາມບັນດາມາດຕະຖານສູງສຸດຂອງອົງການພະລັງງານປະລະມານູສາກົນ (IAEA) ກ່ຽວກັບບັນດາມາດຕະການຮັບປະກັນຄວາມປອດໄພ ແລະ ໄດ້ປະຕິບັດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ