ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ໝູນ​ວຽນ

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຂອບເຂດນິຕິກຳ, ຂໍ້ກຳນົດ, ນະໂຍບາຍໃນພາກພື້ນ ແລະ ປະເທດຊາດ, ກາລະໂອກາດໃຫ້ແກ່ເຂດເອກະຊົນ ແລະ ການປ່ຽນແປງໃໝ່ຢູ່ບັນດານະຄອນທີ່ອາດຈະຊ່ວຍສ້າງຄວາມສາມາດບົ່ມຊ້ອນ ຂອງວິທີການສຳຜັດກັບພື້ນຖານເສດຖະກິດ ໝູນວຽນ
ຫວຽດ​ນາມ ຢັ້ງ​ຢືນ​ຄວາມ​ສຳ​ຄັນ​ຂອງ​ເສດ​ຖະ​ກິດ​ໝູນ​ວຽນ - ảnh 1ກອງປະຊຸມສຳມະນາທາງອອນລາຍ “ເສດຖະກິດໝູນວຽນຢູ່ບັນດາຕະຫຼາດທີ່ຫົວກໍ່ພົ້ນເດັ່ນຂຶ້ນ: ຄວາມສາມາດບົ່ມຊ້ອນໃນການຟື້ນຟູຂຽວຢູ່ເຂດອາຊີ ພວມພັດທະນາ” (ພາບ: dangcongsan.vn)

“ຫັນເສດຖະກິດຕາມທິດເສດຖະກິດໝູນວຽນ, ເສດຖະກິດຂຽວ, ເສດຖະກິດປ່ອຍທາດກາກບອນຢູ່ລະດັບຕ່ຳ ແມ່ນທ່າອ່ຽງຂອງຍຸກສະໄໝ. ເປົ້າໝາຍຂອງ ຫວຽດນາມ ເມື່ອຫັນພື້ນຖານເສດຖະກິດຈາກເສດຖະກິດ ທິດດຽວ ກາຍເປັນເສດຖະກິດໝູນວຽນ ໂດຍສຸມໃສ່ 3 ຫຼັກການ: ອອກແບບ, ແກ່ຍາວຊີວິດຂອງວັດຖຸ, ຫຼຸດຜ່ອນຂີ້ເຫນື້ອ, ທາດພິດ, ຟື້ນຟູລະບົບຊີວະພາບ”.  ຂໍ້ມູນດັ່ງກ່າວໂດຍທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນມະນຸດ ແລະ ສິ່ງແວດ້ລອມ ຍົກອອກມາທີ່ກອງປະຊຸມສຳມະນາທາງອອນລາຍ “ເສດຖະກິດໝູນວຽນຢູ່ບັນດາຕະຫຼາດທີ່ຫົວກໍ່ພົ້ນເດັ່ນຂຶ້ນ: ຄວາມສາມາດບົ່ມຊ້ອນໃນການຟື້ນຟູຂຽວຢູ່ເຂດອາຊີ ພວມພັດທະນາ”, ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 2 ມິຖຸນາ, ໂດຍສະຖາບັນຍຸດທະສາດຊັບພະຍາກອນ ແລະ ທຳມະຊາດ (ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ) ສົມທົບກັບສະຖາບັນທະນາຄານພັດທະນາອາຊີ (ADBI) ແລະ ກອງທຶນພັດທະນາ ປ່ຽນແປງໃໝ່ປະດິດຄິດສ້າງ ແຟງລັງ (SITRA) ຈັດຕັ້ງ.

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາຂອບເຂດນິຕິກຳ, ຂໍ້ກຳນົດ, ນະໂຍບາຍໃນພາກພື້ນ ແລະ ປະເທດຊາດ, ກາລະໂອກາດໃຫ້ແກ່ເຂດເອກະຊົນ ແລະ ການປ່ຽນແປງໃໝ່ຢູ່ບັນດານະຄອນທີ່ອາດຈະຊ່ວຍສ້າງຄວາມສາມາດບົ່ມຊ້ອນ ຂອງວິທີການສຳຜັດກັບພື້ນຖານເສດຖະກິດ ໝູນວຽນ, ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນຂອງ ພື້ນຖານເສດຖະກິດໝູນວຽນເພື່ອໜູນຊ່ວຍການຟື້ນຟູຫຼັງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ