ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາ ກັບລະບົບການຄ້າຫຼາຍຝ່າຍ

(VOVWORLD) -ວັນທີ 11 ທັນວາ, ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 11 ພວມດຳເນີນຢູ່ ອາກຊັງຕິນ

ຫວຽດນາມ ຢັ້ງຢືນຄຳໝັ້ນສັນຍາ ກັບລະບົບການຄ້າຫຼາຍຝ່າຍ - ảnh 1

(ພາບ: baocongthuong.com.vn)

ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈີ່ນກວກແຄ໋ງ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບລະບົບການຄ້າຫຼາຍຝ່າຍ, ພ້ອມທັງຕີລາຄາສູງບົດບາດຂອງ WTO. ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ ຢັ້ງຢືນວ່າ ລະບົບການຄ້າຫຼາຍຝ່າຍຍັງມີບາງຂໍ້ຂາດຕົກຜ່ອງ, ຍັງບໍທັນສອດຄ່ອງກັບການປ່ຽນແປງຂອງຍຸກສະໄໝ. ພ້ອມທັງຮຽກຮ້ອງໃຫ້ WTO ວາງອອກມາດຕະການແກ້ໄຂບັນດາຂໍ້ຈຳກັດ, ຍົກສູງຄຸນນະພາບການເຄື່ອນໄຫວ, ເພື່ອໃຫ້ອົງການນີ້ບໍ່ພຽງແຕ່ແມ່ນເວທີປາໄສເຈລະຈາທີ່ມີປະສິດທິຜົນເທົ່ານັ້ນ ຫາກຍັງແມ່ນອົງການທີ່ມີອິດທິພົນຊື່ສຽງ ໃນການຮັກສາ ແລະ ຮັບປະກັນຄວາມຍຸຕິທຳໃນການຄ້າໂລກ.

    ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ ກ່າວວ່າ ຫວຽດນາມ ພ້ອມແລ້ວກໍ່ມານະພະຍາຍາມພ້ອມກັບບັນດາສະມາຊິກອື່ນແກ້ໄຂບັນດາບັນຫາຂອງ WTO . ທ່ານຮອງລັດຖະມົນຕີ ເຈີ່ນກວກແຄ໋ງ ປາຖະໜາວ່າ ກອງປະຊຸມຈະບັນລຸໄດ້ບັນດາໝາກຜົນສຳຄັນ, ສ້າງປະຖົມປັດໃຈເພື່ອສືບຕໍ່ຊຸກຍູ້ການເຈລະຈາ, ປະຕິບັດຄຳໝັ້ນສັນຍາຂອງ WTO, ນຳມາຊຶ່ງຜົນປະໂຫຍດໃຫຍ່ຫຼວງ ແລະ ແທດຈິງໃຫ້ການພັດທະນາຂອງບັນດາສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ