ຫວຽດ​ນາມ ລອດ​ເຂົ້າ​ຮອບ​ແຂ່ງ​ຂັນ 1/9 FIFA Futsal World Cup 2021

(VOVWORLD) -ທິມບານເຕະ futsal ຫວຽດນາມ ຫາກໍ່ມີນັດແຂ່ງຂັນກັບທິມບານເຕະ futsal ສ.ເຊັກໂກ ດ້ວຍໝາກຜົນແມ່ນສະເໝີ 1 – 1 ຢູ່ນັດທີ 3 ຂອງສາຍ D ຮອບຄັດເລືອກ FIFA Futsal World Cup 2021 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 19 ກັນຍາ ຢູ່ Litva.

ຫວຽດ​ນາມ ລອດ​ເຂົ້າ​ຮອບ​ແຂ່ງ​ຂັນ 1/9 FIFA Futsal World Cup 2021 - ảnh 1ທິມບານເຕະ futsal ຫວຽດນາມ (ພາບ: Getty)

ສິ້ນສຸດການແຂ່ງຂັນຮອບຄັດເລືອກ, ຫວຽດນາມ ມີ 4 ຄະແນນ ກັບ ສ.ເຊັກໂກ ແຕ່  ຫວຽດນາມ ຢຶນຢູ່ອັນດັບທີ 3 ຂອງສາຍ D ຍ້ອນມີອັດຕາສຳຮອງໜ້ອຍກ່ວາ ສ.ເຊັກໂກ. ເຖິງຢ່າງໃດກໍ່ຕາມ, ທິມບານເຕະຫວຽດນາມ ແມ່ນທິມບານເຕະ ອາຊີຕາເວັນອອກສ່ຽງໃຕ້ທຳອິດ ໄດ້ລອດເຂົ້າຮອບແຂ່ງຂັນ 1/8 ຂອງ FIFA Futsal World Cup 2021 ດ້ວຍທີ່ຕັ້ງ ແມ່ນທິມຢືນຢູ່ອັນດັບທີ 3 ທີ່ມີຜົນງານດີທີ່ສຸດໃນຮອບຄັດເລືອກ. ນີ້ກໍ່ແມ່ນໝາກຜົນເຊິ່ງ ຫວຽດນາມ ເຄີຍບັນລຸໄດ້ຢູ່ World Cup 2016 ທີ່ໄດ້ດຳເນີນຢູ່ ໂກລົມເບຍ.

ຢູ່ຮອບແຂ່ງຂັນ 1/8 ຂອງ Futsal World Cup 2021, ທິມບານເຕະ Futsal ຫວຽດນາມ ຈະພົບກັບ ທິມບານເຕະ Futsal ລັດເຊຍ ໃນວັນທີ 22 ກັນຍາ. ວິທະຍຸກະຈາຍສຽງ ຫວຽດນາມ ແລະ ບັນດານັກອຸປະຖຳຄຶ: HDBank, CityLand ຕົກລົງຈະມອບຂອງຂວັນເປັນຈຳນວນເງິນ 200 ລ້ານດົ່ງ ໃຫ້ແກ່ທິມບ້ານເຕະ Futsal ຫວຽດນາມ ຍ້ອນມີການແຂ່ງຂັນທີດີເດັ່ນ ແລະ ລອດເຂົ້າຮອບ ຄັດເລືອດໂດຍກົງ ຂອງ FIFA Futsal World Cup 2021.

ຕອບກັບ

ຂ່າວ/ບົດ​ອື່ນ