ຫວຽດນາມ ສືບຕໍ່ນອນໃນຈໍານວນສະຖານທີ່ລົງທຶນແຖວໜ້າຂອງ ອາຊີ

(VOVWORLD) -ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າບັນດາປະເທດ ອາຊຽນ ໄດ້ເພີ່ມຂຶ້ນລະດັບສະຖິຕິ 137 ຕື້ USD  ໃນປີ 2017

ປີ 2019 ຈະແມ່ນປີທີສອງຢ່າງລ່ຽນຕິດ ທີ່ຫວຽດນາມຖືກຈົດເຂົ້າບັນຊີລາຍຊື່ບັນດາສະຖານທີ່ລົງທຶນແຖວໜ້າຂອງພາກພື້ນ ອາຊີ. ນີ້ແມ່ນໝາກຜົນຂອງການສໍາຫຼວດ ທີ່ທ່ານ Raymond Chao ປະທານຜູ້ຮັບຜິດຊອບພາກພື້ນ ອາຊີ - ປາຊີຟີກ ຂອງບໍລິສັດກວດສອບ PWC ເຊິ່ງເປັນບໍລິສັດແຖວໜ້າຂອງໂລກ ຫາກໍປະກາດໃນສະພາບການທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພວມກາຍເປັນພາກພື້ນທີ່ມີຄວາມສາມາດບົ່ມຊ້ອນ ນໍາມາເຊິ່ງລາຍໄດ້ຈາກການລົງທຶນດີທີ່ສຸດ. ວັນທີ 14 ມັງກອນ, ເມື່ອກ່າວຄໍາເຫັນຕໍ່ສື່ມວນຊົນ, ທ່ານ Raymond Chao ໃຫ້ຮູ້ວ່່າ PWC ໄດ້ສໍາຫຼວດຜູ້ອໍານວຍການໃນທົ່ວພາກພື້ນ ເພື່ອຊອກຮູ້ວ່າ ບ່ອນໃດບໍລິສັດຢາກລົງທຶນໃນ 12 ເດືອນຈະມາເຖິງ. ປີ 2019 ແມ່ນປີ ທີ່ສອງ ຢ່າງລຽນຕິດ ຫວຽດນາມ ນອນໃນຈໍານວນບັນດາສະຖານທີ່ລົງທຶນແຖວໜ້າ.

        ຕາມການສະຖິຕິຫວ່າງມໍ່ໆມານີ້ແລ້ວ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າບັນດາປະເທດ ອາຊຽນ ໄດ້ເພີ່ມຂຶ້ນລະດັບສະຖິຕິ 137 ຕື້ USD  ໃນປີ 2017, ສູງກວ່າ 14 ຕື້ USD ເມື່ອທຽບໃສ່ປີ 2016. ບົດລາຍງານເດືອນ ພະຈິກ 2018 ສະແດງໃຫ້ເຫັນວ່າ 03 ປະເທດສະມາຊິກ ອາຊຽນ ລວມມີຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ ກວມເອົາ 72% ຍອດເງິນລົງທຶຶນຈາກຕ່າງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ