ຫວຽດ​ນາມ ສະ​ໜັບ​ສະ​ໜູນ ຍູ້​ແຮງ​ກ​ານຮ່ວມ​ມື​ເພື່ອ​ຮັກ​ສາ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍມະ​ນຸດ​ສະ​ທຳ​ຢູ່​ຊີ​ຣີ

(VOVWORLD) -ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນ ສະໜັບສະໜູນວິທີການແກ້ໄຂດ້ານການເມືອງ ໂດຍຊາວຊີຣີ ນຳໜ້າ ແລະ ເປັນເຈົ້າຂອງ, ເນັ້ນໜັກເຖິງ ເລື່ອງຄວນຊຸກຍູ້ ບັນດາຄວາມມານະພະຍາຍາມ ເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍ ຢູ່ ຊີຣີ ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຂອງ ປະຊາຄົມສາກົນ. 
ຫວຽດ​ນາມ ສະ​ໜັບ​ສະ​ໜູນ ຍູ້​ແຮງ​ກ​ານຮ່ວມ​ມື​ເພື່ອ​ຮັກ​ສາ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍມະ​ນຸດ​ສະ​ທຳ​ຢູ່​ຊີ​ຣີ - ảnh 1ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: TTXVN)

ວັນທີ 15 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລື ກ່ຽວກັບສະພາບການຢູ່ ລີບີ ແລະ ລົງປະຊາມະຕິ ຮັບຮອງເອົາມະຕິ 2 ສະບັບທີ່ກ່ຽວຂ້ອງເຖິງ ສະພາບການຢູ່ Abyei (ເຂດທີ່ມີການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້) ແລະ ໂຊມາລີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນ ສະໜັບສະໜູນວິທີການແກ້ໄຂດ້ານການເມືອງ ໂດຍຊາວຊີຣີ ນຳໜ້າ ແລະ ເປັນເຈົ້າຂອງ, ເນັ້ນໜັກເຖິງ ເລື່ອງຄວນຊຸກຍູ້ ບັນດາຄວາມມານະພະຍາຍາມ ເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍ ຢູ່ ຊີຣີ ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຂອງ ປະຊາຄົມສາກົນ. ຫວຽດນາມ ສະໜັບສະໜູນ ຍູ້ແຮງການຮ່ວມມືເພື່ອແນໃສ່ຮັກສາບັນດາຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳ, ຖືການຕອບສະໜອງຄວາມຕ້ອງການດ້ານມະນຸດສະທຳທີ່ຈຳເປັນ ໃນລະດູໜາວຈະມາເຖິງ ແລະ ການຮັບມືກັບໂລກລະບາດໂຄວິດ - 19 ແມ່ນວຽກງານສຳຄັນ. ຜູ້ຕາງໜ້າ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍບັນດາໂຄງການຟື້ນຟູຫຼັງການປະທະກັນ, ເພີ່ມທະວີການໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ຊາວ ຊີຣີ.

ແລະກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຕາມຮູບແບບ Arria ກ່ຽວກັບຫົວຂໍ້ “ຮັດແຄບຊ່ອງວ່າງ ໃນບັນຫາປົກປ້ອງແມ່ໝ້າຍ ໃນການປະທະກັນ ແລະ ຫຼັງການປະທະກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ