ຫວຽດນາມ - ສ.ເກົາຫຼີ ສືບຕໍ່ຮ່ວມມືລົງທຶນ ດ້ານການຄ້າ

ຫວຽດນາມ - ສ.ເກົາຫຼີ ສືບຕໍ່ຮ່ວມມືລົງທຶນ ດ້ານການຄ້າ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູດຶກ​ດາມ ຕ້ອນຮັບ​
​ປະທານກຳມາ​ທິການ​ການ​ຕ່າງປະ​ເທດ ແລະ ​ທ້ອນ​ໂຮມ​ຊາດ​​ແຫ່ງສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 11/01, ທີ່​ການ​ຕ້ອນຮັບ​ທ່ານ​ປະທານກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ​ທ້ອນ​ໂຮມ​ຊາດ​​ແຫ່ງສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ Ahn Hoong Joon ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູດຶກ​ດາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ. 2 ຝ່າຍ​ໄດ້​ປະຕິບັດ​ບັນດ​າການ​ເຄື່ອນ​​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ, ກໍ່​ຄື​ແບ່ງປັນ​ບັນດາ​ບົດຮຽນ​​ໃນ​ການຮ່ວມ​ມືລະຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ດ້ານ​ການ​ຄ້າ, ການ​ລົງທຶນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຢືນ​ຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ສ.​ເກົາຫຼີ ​ເຄື່ອນ​ໄຫວ​ຢ່າງ​ຍາວ​ນານ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ຂອບ​ໃຈ​ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ປົກປ້ອງ ​ແລະ ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມດຳລົງ​ຊີວິດ​ຢູ່​ສ.​ເກົາ​ຫຼີ. ທ່ານ​ Ahn Hoong Joon ​ໄດ້​ຕີ​ລາຄາ​ສູງ​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ດຳລົງ​ຊີ​ວິດ​ຢູ່​ສ.​ເກົາຫຼີ ​ໄດ້​ມີ​ການ​ປ​ະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ສ.​ເກົາຫຼີ​ ​ໃນ​ປະຈຸ​ບັນ ​ແລະ ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຄວນສືບຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ, ພັດທະນາ​ເຕັກ​ໂນ​ໂລ​ຊີຂໍ້​ມູນຂ່າວສານກວ່າ​ອີກ, ນີ້​ແມ່ນ​ບັນດາ​ຂົງ​ເຂດ​​ເຊິ່ງສ.​ເກົາຫຼີ ມີ​ທ່າ​ແຮງ ​ແລະ ມີ​ບົດຮຽນ​ຫຼາຍ​ຢ່າງ​ເພື່ອ​ສາມາດ​ແບ່ງປັນ​ກັບ​ຫວຽດນາມ ​ໄດ້.

ຂ່າວ/ບົດ​ອື່ນ