ຫວຽດ​ນາມ - ສ.ເກົາຫຼີ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຄົ້ນ​ຄວ້າ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜ​ະ​ລິດ​ວັກ​ຊິນ

(VOVWORLD) -    ຕອນເຊົ້າວັນທີ 22 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Boo Kyum.
ຫວຽດ​ນາມ - ສ.ເກົາຫຼີ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຄົ້ນ​ຄວ້າ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ​ຜ​ະ​ລິດ​ວັກ​ຊິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Boo Kyum (ພາບ:  VGP)

ນະທີ່ນີ້, ນາຍົກລັດຖະມົນຕີທອງສອງທ່ານ ໄດ້ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດ, ແທດຈິງ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ໃນໄລຍະຈະມາເຖິງ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ຄົບຮອບ 30 ປີ (1992 – 2022).

        ນາຍົກລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມພັດທະນາຢ່າງດີງາມທີ່ສຸດ; ເຫັນດີຈະສົມທົບກັນຢ່າງແໜ້ນແຟ້ນ, ສືບຕໍ່ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ ແລະ ແລກປ່ຽນພົບປະປະຊາຊົນລະຫວ່າງສອງປະເທດ; ເຫັນດີປະຕິບັດເປົ້າໝາຍຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນລະດັບ 100 ຕື້ USD ຕາມທິດດຸ່ນດ່ຽງການນຳເຂົ້າສົ່ງອອກລະຫວ່າງສອງປະເທດໂດຍໄວ.

        ໃນສະພາບການທີ່ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຊີ້ນຳບັນດາອົງການທີ່ກ່ຽວຂ້ອງ ແລກປ່ຽນບົດຮຽນ, ປະສົບການ, ສົມທົບກັນຢ່າງແໜ້ນແຟ້ນ ໃນການຄົ້ນຄວ້າ, ຖ່າຍທອດເຕັກໂນໂລຢີຜະລິດວັກຊິນ; ເຫັນດີເອົາໃຈໃສ່ເຖິງການສັກວັກຊິນໃຫ້ແກ່ພົນລະເມືອງຕ່າງປະເທດ, ໃນນັ້ນ ມີພົນລະເມືອງ 2 ປະເທດ ຫວຽດນາມ ແລະ ສ.ເກົາຫຼີ.

        ນອກຈາກນັ້ນ, ການນຳສອງປະເທດຍັງໄດ້ປືກສາຫາລືກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ