ຫວຽດນາມ - ອີຕາລີ ເປັນເອກະພາບຫຼາຍແຜນການກ່ຽວກັບການຮ່ວມມືດ້ານການຄ້າ

(VOVWORLD) - ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອີຕາລີ; ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ
 
ຫວຽດນາມ - ອີຕາລີ ເປັນເອກະພາບຫຼາຍແຜນການກ່ຽວກັບການຮ່ວມມືດ້ານການຄ້າ - ảnh 1ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຕາລີ

ຕອນບ່າຍວັນທີ 7 ມິຖຸນາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Manlio Di Stefano, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອີຕາລີ ເນື່ອງໃນໂອກາດມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ (ແຕ່ວັນທີ  7 – 9 ມິຖຸນາ).       

     ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ອີຕາລີ; ສະເໜີໃຫ້ 2 ຝ່າຍຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນ ພ້ອມທັງເປີດກ້ວາງສູ່ບັນດາຂົງເຂດຄືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງ, ກະສິກຳ, ຄ້ຳປະກັນທັນຍາຫານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

   ສ່ວນທ່ານຮອງລັດຖະມົນຕີ Manlio Di Stefano ຢັ້ງຢືນວ່າ: ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນບຸລິມະສິດໃນການຮ່ວມມືສອງຝ່າຍ, ຄຳໝັ້ນສັນຍາເພີ່ມທະວີດ້ານການຄ້າ, ການລົງທຶນຂອງ ອີຕາລີ ຢູ່ ຫວຽດນາມ, ຄູ່ຮ່ວມມືອັນດັບຕົ້ນຂອງ ອີຕາລີ. ທ່ານຮອງລັດຖະມົນຕີ Manlio Di Stefano ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນອາຊຽນ; ຫວັງວ່າ ຫວຽດນາມ ສະໜັບສະໜູນ ອີຕາລີ ເພີ່ມທະວີການມີໜ້າຢູ່ພາກພື້ນ ອາຊຽນ, ຊຸກຍູ້ບັນດາໂຄງການຮ່ວມມືກັບ ອາຊຽນ ແບບຍືນຍົງ, ກການຮ່ວມມືອາວະກາດ, ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ