ຫວຽດນາມ - ອີນເດຍ ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ

ຫວຽດນາມ - ອີນເດຍ ເພີ່ມທະວີການຮ່ວມມືດ້ານເຕັກໂນໂລຊີ - ảnh 1
( ພາບປະກອບ )

( vovworld ) -   ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ຫວຽດນາມ - ອີນ​ເດຍ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ, ຕອນ​ບ່າຍ​ວັນ​ທີ 29/2, ຢູ່ ຮ່າ​ໂນ້ຍ, ຜູ້ຕາງໜ້າ​ລັດຖະບານ​ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ຍົກ​ສູງ​ຄວາມ​ສາມາດ​ຄິດ​ໄລ່​ປະສິດທິພາບ​ສູງ​ຢູ່​ຫວຽດນາມ. ຕາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ນີ້​, ລັດຖະບານອີນ​ເດຍ ຈະ​ຕິດ​ຕັ້ງລະບົບ​ພາຫະນະອຸປະກອນ​​ກອມ​ພິວ​ເຕີ​ທີ່​ທັນ​ສະ​ໄໝ ​ແລະ ກ້າວໜ້າ​​ຢູ່​ມະຫາວິທະຍາ​ໄລ​ຊັບ​ພະ​ວິຊາ​ຮ່າ​ໂນ້ຍ, ສະໜອງ​ຫ້ອງ​ໂທດ​ລອງ 2 ຫ້ອງໃຫ້​ຫວຽດນາມ ພ້ອມ​ກັນ​ນັ້ນ​, ກໍ​່ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຊ່ວຍ​ບຳລຸງ​ສ້າງ​ພະນັກງານ ​ແລະ ຊ່ຽວຊານ​ໃນ​ຂົງ​ເຂດຄິດ​ໄລ່​ປະສິດທິພາບ​ສູງ​ຢູ່​ຫວຽດນາມ. ທ້າຍ​ປີ 2013 ລະບົບ​ນີ້​ຈະ​ໄດ້​ຮັບ​ການຕິດ​ຕັ້ງສຳ​ເລັດ​​ ​ແລະ ນຳ​ເຂົ້າ​ໃຊ້​ການ.
ຂ່າວ/ບົດ​ອື່ນ