ຫວຽດນາມ - ອີຢູ ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ

(VOVWORLD) -ກອງປະຊຸມຄັ້ງທີ 1 ຂອງ ຄະນະກໍາມະການປະສົມ ຫວຽດນາມ - ສະຫະພາບ ເອີຣົບ (ອີຢູ) ກ່ຽວກັບການຜັນຂະຫຍາຍ ສັນຍາແມ່ຄູ່່ຮ່ວມມື ແລະ ການຮ່່ວມມືຮອບດ້ານ ລະຫວ່່າງຫວຽດນາມ - ອີຢູ (PCA) ຖືກດໍາເນີນໃນວັນທີ 10 ພຶດສະພາ ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ແລະ ທ່ານ Gunnar Weigand, ຫົວໜ້າກົມ ອາຊີ - ປາຊີຟິກ ຂອງບັນດາອົງການພົວພັນຕ່າງປະເທດ ເອີຣົບ (EEAS).
ຫວຽດນາມ - ອີຢູ ເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ - ảnh 1ບັນດາຜູ້ແທນອີຢູ ທີ່ກອງປະຊຸມ (ພາບ:TTXVN)

        ທີ່ກອງປະຊຸມ, ສອງຝ່າຍຢັ້ງຢືນວ່າ ຈະຊຸກຍູ້ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ (IPA) ເຊິ່ງຈະໄດ້ຮັບການລົງນາມຢ່າງເປັນທາງການໃນຊຸມອາທິດຈະມາເຖິງ; ພ້ອມທັງເນັ້ນໜັກວ່າ ເລື່ອງສັນຍາ EVFTA – IPA ໄດ້ຮັບການຜັນຂະຫຍາຍໂດຍໄວນັ້ນ ຈະປະກອບສ່ວນຊຸກຍູ້ຢ່າງແຮງໃຫ້ແກ່ການລົງທຶນ ແລະ ດໍາເນີນທຸລະກິດຂອງສອງຝ່າຍ, ສ້າງກະແສການລົງທຶນທີ່ມີຄຸນນະພາບສູງໃຫ້ແກ່ທັງສອງຝ່າຍ.

        ກ່ຽວກັບໂຄງການຮ່ວມມືພັດທະນາລະຫວ່າງຫວຽດນາມ - ອີຢູ ໄລຍະ 2014 – 2020 ສອງຝ່າຍເຫັນດີຈະສຸມໃສ່ບັນຫານໍາເອົາໄຟຟ້າອາຍແກັດມາໃຫ້ເຂດຊົນນະບົດ, ຊຸກຍູ້ການນໍາໃຊ້ແຫຼ່ງພະລັງງານ, ພັດທະນາພະລັງງານຜະລິດຄືນໃໝ່, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບຍືນຍົງ, ການຮ່ວມມືດ້ານຍຸຕິທໍາ, ການຄຸ້ມຄອງການເງິນພາກລັດ ແລະ ບັນດາບັນຫາເສດຖະກິດ, ບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ວັດທະນະທໍາ,ການສຶກສາ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນຢ່າງມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ