ຫວຽດນາມ ອາດສາມາດກາຍເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກ

(VOVWORLD) -ຫວຽດນາມ ອາດສາມາດກາຍເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກໃນປີ 2020. ນີ້ແມ່ນຂໍ້ສັງເກດຂອງທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ຍົກອອກມາຫວ່າງມໍ່ໆມານີ້.
ຫວຽດນາມ ອາດສາມາດກາຍເປັນປະເທດສົ່ງອອກເຂົ້າສານແຖວໜ້າຂອງໂລກ - ảnh 1 (ພາບປະກອບ: TTXVN)

ຕາມຕົວເລກຂອງກະຊວງອຸດສາຫະກຳການຄ້າຫວຽດນາມ ແລ້ວ, ໃນ 5 ເດືອນຕົ້ນປີ 2020, ຫວຽດນາມ ສົ່ງອອກເຂົ້າສານໄດ້ກວ່າ 3 ລ້ານໂຕນ, ເພີ່ມຂຶ້ນ 11,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ວົງເງິນສົ່ງອອກບັນລຸ 1,48 ຕື້ USD. ຟີລິບປິນ ແມ່ນປະເທດນຳໜ້າໃນການນຳເຂົ້າເຂົ້າສານຈາກຫວຽດນາມ ດ້ວຍມູນຄ່າກວ່າ 400 ລ້ານ USD. ນອກນັ້ນ, ມີຕະຫຼາດຫຼາຍແຫ່ງກໍ່ໄດ້ຮັບການເຕີບໂຕຢ່າງແຮງຄື: ໄຕ້ຫວັນ (ຈີນ), ຈີນ, ອິນໂດເນເຊຍ ແລະ ການນາ. ໃນໄລຍະ 5 ເດືອນຕົ້ນປີ, ລາຄາສົ່ງອອກເຂົ້າສານຂອງຫວຽດນາມ ໄດ້ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019, ລາຄາເຂົ້າສານສະເລ່ຍແມ່ນ 485 USD/ໂຕນ.

        ກະຊວງອຸດສາຫະກຳຫວຽດນາມ ໃຫ້ຂໍ້ສັງເກດວ່າ, ດ້ວຍລາຄາແກ່ງແຍ້ງຄືໃນປະຈຸບັນ ຫວຽດນາມ ມີກາລະໂອກາດທີ່ໃຫຍ່ຫຼວງເພື່ອລື່ນກາຍປະເທດໄທ ໃນການສົ່ງອອກເຂົ້າສານທົ່ວໂລກໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ