ຫວຽດ​ນາມ, ອາ​ເມ​ລິ​ກາ ​ກຳ​ນົດ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ, ການ​ຄ້າ​ສອງ​ຝ່າຍ

(VOVWORLD) - ເວທີປາໄສມີການເຂົ້າຮ່ວມຂອງຜູ້ແທນເກືອບ 200 ທ່ານ ເຊິ່ງແມ່ນບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ກົນຈັກ, ກະສິກຳ, ສິນໃນນ້ຳ, logistics, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຊ໋ອບແວ...
ຫວຽດ​ນາມ, ອາ​ເມ​ລິ​ກາ ​ກຳ​ນົດ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ, ການ​ຄ້າ​ສອງ​ຝ່າຍ - ảnh 1ເວທີປາໄສດຳເນີນທຸລະກິດຫວຽດນາມ - ອາເມລິກາປີ 2023
(ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ວັນທີ 18 ພຶດສະພາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບລັດ Oregon, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco ຈັດເວທີປາໄສດຳເນີນທຸລະກິດຫວຽດນາມ - ອາເມລິກາປີ 2023. ເຂົ້າຮ່ວມເວທີປາໄສມີຜູ້ແທນເກືອບ 200 ທ່ານ ເຊິ່ງແມ່ນບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ກົນຈັກ, ກະສິກຳ, ສິນໃນນ້ຳ, logistics, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ຊ໋ອບແວ ແລະ ວິສາຫະກິດອາເມລິກາເປັນຈຳນວນຫຼວງຫຼາຍໃນນັ້ນມີບັນດາກຸ່ມບໍລິສັດຄື: Nike, Intel, Columbia Sportswear,…

ເວທີປາໄສດຳເນີນທຸລະກິດ ຫວຽດນາມ - ອາເມລິກາປີ 2023 ໄດ້ສຸມໃສ່ປຶກສາຫາລືບັນດາສິ່ງທ້າທາຍເຊິ່ງ ເສດຖະກິດ ຫວຽດນາມ ພວມຕ້ອງປະເຊີນໜ້າໃນສະພາບການບັນດາການປະທະກັນດ້ານການຄ້າ, ພູມີສາດການເມືອງ ທີ່ມີການຜັນແປຢ່າງສັບສົນ, ການກຳນົດທິດນະໂຍບາຍຂອງ ອາເມລິກາ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃນການຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າສອງຝ່າຍ, ສ້າງບັນດາມາດຕະການປັບຕົວໃຫ້ແທດເໝາະກັບທ່າອ່ຽງຫັນປ່ຽນຂອງລະບົບສະໜອງທົ່ວໂລກ, ເພີ່ມທະວີການແລກປ່ຽນການຄ້າ ແລະ ດຶງດູດເງິນລົງທຶນ… ຢູ່ເວທີປາໄສ, ວິສາຫະກິດສອງຝ່າຍໄດ້ນຳໃຊ້ທຸກກາລະໂອກາດເພື່ອພົບປະໂດຍກົງ, ຊອກຫາກາລະໂອກາດແລກປ່ຽນການຄ້າ, ກຳແໜ້ນທ່າອ່ຽງ, ມາດຕະການດຳເນີນທຸລະກິດໃໝ່, ຜ່ານນັ້ນ, ກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເສົາຄ້ຳການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ