ຫວຽດນາມ - ອາເມລິກາ ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

(VOVWORLD) - ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ...
ຫວຽດນາມ - ອາເມລິກາ ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ - ảnh 1ທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ
(ພາບ: Việt Cường/ VOV)

ຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Marc E. Knapper, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ທ່ານ ພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ; ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ, ນຳການພົວພັນລະຫວ່າງສອງປະເທດພັດທະນາຢ່າງມີສະຖຽນລະພາບ, ມີປະສິດທິຜົນ, ແທດຈິງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຫຼາຍກ່ວາໃຫ້ແກ່ຄວາມສະຫງົບ, ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ. ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ລັດຖະບານ ອາເມລິກາ ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ອາເມລິກາ ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນເປັນປົກກະຕິ; ເພີ່ມທະວີການຮ່ວມມືສະເພາະຂະແໜງກັບກະຊວງຕຳຫຼວດ; ຊຸກຍູ້ການລົງນາມໃນສັນຍາໜູນຊ່ວຍທາງດ້ານນິຕິກຳກ່ຽວກັບອາຍາເຊິ່ງກັນ ແລະ ກັນ; ສັນຍາວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ, ສັນຍາວ່າດ້ວຍການມອບ - ສົ່ງຜູ້ຖືກຕັດສິນຈຳຄຸກເພື່ອແນໃສ່ສ້າງກອບກົດໝາຍ, ປະກອບສ່ວນເພີ່ມທະວີການຮ່ວມມືໃນຂົງເຂດປະຕິບັດກົດໝາຍລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ