ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ມີ​ການ​ກະ​ທຳ​ເພື່ອ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ຊີ​ວະ​ນາ​ໆ​ພັນ

(VOVWORLD) -ວັນທີ 1 ຕຸລາ, ທ່ານ ເຈິ່ນຮົ່ງຮ່າ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ້ລອມ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບ ຊີວະນາໆພັນ ດ້ວຍຫົວຂໍ້ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ” ຕາມຮູບການທາງອອນລາຍ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ມີ​ການ​ກະ​ທຳ​ເພື່ອ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ຊີ​ວະ​ນາ​ໆ​ພັນ - ảnh 1ກອງປະຊຸມສຸດຍອດ ຂອງ ສປຊ ກ່ຽວກັບ ຊີວະນາໆພັນ ດ້ວຍຫົວຂໍ້ “ການກະທຳຢ່າງຮີບດ່ວນກ່ຽວກັບຊີວະນາໆພັນ ເພື່ອການພັດທະນາແບບຍືນຍົງ”  (ພາບ:baotainguyenmoitruong.vn)

ທ່ານລັດຖະມົນຕີເຈິ່ນຮົ່ງຮ່າ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງພ້ອມກັນ ສຸມກຳລົງແຮງ, ສົມທົບກັນມີການກະທຳຢ່າງຮີບດ່ວນ, ເດັດດ່ຽວຂ້ຽວຂາດ ແລະ ແທດຈິງ ກ່ວາອີກເພື່ອປົກປັກຮັກສາ “ແຫຼ່ງຊັບພະຍາກອນອັນລ້ຳຄ່າ” ແມ່ນຊີວະນາໆພັນ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຊອບທຳຂອງບັນດາລຸ້ນຄົນໃນອະນາຄົດ.

ທ່ານເຈິ່ນຮົ່ງຮ່າ ໄດ້ຍົກອອກບັນດາການກະທຳຢ່າງລະອຽດເພື່ອແນໃສ່ຮຽກຮ້ອງໃຫ້ບັນດາປະເທດປະຕິບັດຄື: ສ້າງພື້ນຸນເສດຖະກິດຂຽວບົນພື້ນຖານການລົງທຶນໃສ່ແຫຼ່ງທຶນທຳມະຂາດ ທີ່ປ່ຽນແທນໃຫ້ແກ່ພື້ນຸນເສດຖະກິດໃນປັດຈຸບັນ ຫັນປ່ຽນ, ຈິນຕະນາການຈາກຮູບແບບການພັດທະນາເສດຖະກິດຂຸດຄົ້ນທຳມະຊາດ ໄປສູ່ພື້ນຸນເສດຖະກິດທີ່ອີງໃສ່ລະບົບນິເວດທຳມະຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ