ຫວຽດນາມ ເຂົ້າຮ່ວມ ການເຈລະຈາອາຊຽນ - ອາເມລິກາ ຄັ້ງທີ 27

ຫວຽດນາມ ເຂົ້າຮ່ວມ ການເຈລະຈາອາຊຽນ - ອາເມລິກາ ຄັ້ງທີ 27 - ảnh 1
ການ​ເຈລະຈາ ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 27
(ພາບ: TTXVN)


(vovworld) – ​ບັນດາ​ກອງ​ປະຊຸມ SOM ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື, ຖືກດຳ​ເນີນ​ໄປ​ຢູ່ Yangon, ປະ​ເທດ​ມຽນມາ ​ແຕ່​ວັນ​ທີ 07 – 10/06 ​ໄດ້ສິ້ນ​ສຸດ​ລົງ​ໃນຕອນ​ບ່າຍ​ວັນ​ທີ 10/06. ບັນດາ​ກອງ​ປະຊຸມ​ໄດ້​ສ​ຳ​ເ​ລັດ​​ໂດຍພື້ນຖານການ​ກະກຽມກ່ຽວ​ກັບ​ເນື້ອ​ໃນ, ການຈັດ​ຕັ້ງ, ​ໂຄງການ​ດຳ​ເນີນ​ງານ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​​ເຊິ່ງຈະຖືກ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ 08 ຈະ​ມາ​ເຖິງ. ​ໃນ​ວັນ​ທີ 10/06, ​ກອງ​ປະຊຸມ​ເຈລະຈາ​ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 27 ​ຖືກ​ດຳ​ເນີນ​ໄປເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ລັດຖະມົນຕີ​ອາ​ຊຽນ - ອາ​ເມ​ລິ​ກາ ​ໃນ​ເດືອນ 08 ຈະ​ມາ​ເຖິງ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ອາ​ເມ​ລິ​ກາ ຄັ້ງ​ທີ 2 ​ໃນ​ທ້າຍ​ປີ 2014. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ​ໄດ້ຕີ​ລາຄາ​ສູງ​ບັນດາໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - ອາ​ເມລິ​ກາ, ​ເລື່ອງ​ອາ​ເມ​ລິ​ກາ ສະໜັບ​ສະ​ໜູນ​ອາ​ຊຽນ ສ້າງ​ປະຊາ​ຄົມ, ​ເພີ່ມ​ທະວີ​ການ​ເຊື່ອມຈອດ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຢູ່​ພາກ​ພື້ນ… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ຊີ້​ແຈ້ງວ່າ ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ແລະ ນຳ​ກຳ​ປັ່ນ​ປ້ອງ​ກັນ​ເຂົ້າ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ ຢ່າງ​ຜິດ​ກົດ​ໝາຍ ​ແລະ ​ໄດ້​ມີ​ບັນ​ດາ​ການ​ກະທຳ​ເກາະ​ຜິດ, ຕັ້ງ​ໃຈ​ຕຳ​ກຳ​ປັ່ນ​ຂອງ​ຫວຽດນາມ ​ເຮັດ​ໃຫ້​ກຳ​ປັ່ນກວດກາ​ການ​ປະມົງ, ບັນດາ​ກຳ​ປັ່ນ​ຕຳ​ຫຼວດທະ​ເລ, ບັນດາ​ກຳ​ປັ່ນ​ຂອງ​ຊາວ​ປະມົງ​ຫວຽດນາມ ຖືກ​ເປ່ເພ, ລະ​ເມີດ​ກົດ​ໝາຍສາກົນ​ຢ່າງ​ຮ້າຍ​ແຮງ. ຫວຽດນາມ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ ​ເຂດ​ນ່ານທະ​ເລ​ຂອງ​ຕົນ, ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາ​ະນ້ຳມັນ ​ແລະ ບັນດາ​ກຳ​ປັ່ນ​ປ້ອງ​ກັນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ, ຫວຽດນາມ ຢືດໝັ້ນດຳ​ເນີນ​ການ​ເຈລະຈາ ​ແລະ ນຳ​ໃຊ້​ບັນດາ​ມາດ​ຕະການ​ສັນຕິ​ພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

ຂ່າວ/ບົດ​ອື່ນ