ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19

(VOVWORLD) -ທ່ານ ດັ້ງມິນຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ເນັ້ນໜັກເຖິງເລື່ອງຖືປະຊາຊົນເປັນໃຈກາງ, ທັງຕ້ານໂລກລະບາດ ທັງຊຸກຍູ້ບັນດາເປົ້າໝາຍພັດທະນາລະດັບຊາດ
ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງ NAM ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 - ảnh 1 ກອງປະຊຸມຂັ້ນສູງກຸ່ມຕິດຕໍ່ຂະບວນການບໍ່ຮ່ວມກຸ່ມ
(ພາບ: baoquocte.vn)

        ກອງປະຊຸມຂັ້ນສູງກຸ່ມຕິດຕໍ່ຂະບວນການບໍ່ຮ່ວມກຸ່ມ (NAM) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ຈັດຂຶ້ນໃນວັນທີ 02 ມີນາ, ຢູ່ນະຄອນຫຼວງ Baku, ປະເທດ Azerbaijan. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດັ້ງມິນຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ທັງຮັບຜິດຊອບ Azerbaijan, ນຳໜ້າເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

        ແບ່ງປັນກ່ຽວກັບບົດຮຽນຂອງ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19, ທ່ານ ດັ້ງມິນຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ໄດ້ເນັ້ນໜັກເຖິງເລື່ອງຖືປະຊາຊົນເປັນໃຈກາງ, ທັງຕ້ານໂລກລະບາດ ທັງຊຸກຍູ້ບັນດາເປົ້າໝາຍພັດທະນາລະດັບຊາດ, ຫວຽດນາມ ບັນລຸໄດ້ລະດັບເຕີບໂຕທີ່ປະທັບໃຈແມ່ນ 8,02% ໃນປີ 2022. ເພື່ອຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດ, ຫວຽດນາມ ສະເໜີວ່າ,  ໃນໄລຍະຈະມາເຖິງ, ການຮ່ວມມື NAM ຕ້ອງປັບປຸງຄວາມສາມັກຄີ ບົນພື້ນຖານເຄົາລົບອະທິປະໄຕ ແລະ ມີສະມາຊິກຫຼາຍຮູບຫຼາຍແບບ, ເຊື່ອມຕໍ່ບັນດາກົນໄກຮ່ວມມືໃນຂອບເຂດ NAM ແລະ ຜັນຂະຫຍາຍນະໂຍບາຍຟື້ນຟູ ຖືປະຊາຊົນເປັນໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ