ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ 136

ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ 136 - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
ສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ 136
(ພາບອິນເຕີແນັດ)

(vovworld) - ​ ວັນ​ທີ 02/04, ຢູ່​ຫໍ​ປະຊຸມ​ສາກົນ Bangabandhu, ນະຄອນຫລວງ Dhaka ປະ​ເທດ ບາງກລາ​ເທດ ດຳ​ເນີນ​ໄປ​ກອງ​ປະຊຸມ​ຂອງ​ສະພາ​ບໍລິຫານ ​ແລະ ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະມັດຊາ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ (IPU) ຄັ້ງ​ທີ 136, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ​ລັດຖະສະພາ​ທີ່​ມາ​ຈາກ 132 ປະ​ເທດ​ໃນ​ໂລກ. ຄະນະ​ຜູ້​ແທນ​ສະພາ​ແຫ່​ງຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ຜູ້​ປະຈຳ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ນຳ​ໜ້າ. ກອງ​ປະຊຸ​ມສະພາ​ບໍລິຫານ​ໄດ້​ຍົກ​ອອກ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເປີດ​ກ້ວາງ​ສະມາຊິກ IPU, ພິຈາລະຈາຖານະ​ບາງ​ສະມາຊິກ, ຮັບ​ຟັງ​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ​ປະທານ ​ແລະ ​ເລຂາທິການ​ໃຫຍ່ IPU, ລາຍ​ງານ​ໝາກຜົນ ​ແລະ ທິດ​ທາງ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸ​ມສຸດ​ຍອດ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ຍິງ​ ​ຊຶ່ງ​ຈັດ​ຕັ້ງ​ຢູ່ ສະຫະລັດ ອາຣັບ ​ເອັມມີ​ເລດ ໃນ​ເດືອນ 12/2016.

        ນອກ​ກອງ​ປະຊຸມ, ທ່ານ​ນາງ ຕ່ອງ​ທິຟ໋ອງ ມີ​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສີ​ລັງກາ Karu Jayasuriya. ທີ່​ການ​ພົບ​ປະ, ທ່ານ​ນາງ​ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ: ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​​ເປັນ​ມູນ​ເຊື້ອ ​ແລະ ກາ​ນຮ່ວມ​ມື​ຫລາຍ​ດ້ານ​ກັບ ສີ​ລັງກາ.

        ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​​ພົບ​ປະ​ທ່ານ​ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ Sheikh Hasina. ທີ່​ການພົບ​ປະ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ປາດ​ຖະໜາ​ຢາກ​ໃຫ້ ບາງກລາ​ເທດ ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ, ​ໃນ​ນັ້ນ ມີ​ຂົງ​ເຂດ​ການ​ຄ້າ​ຄື: ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ຄົ້ນຄວ້າ, ສຳຜັດ​ຕະຫລາດ, ຊອກ​ຫາ​ກາລະ​​ໂອກາດ​ດຳ​ເນີນ​ທຸລະ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ