ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ ອາຊຽນ - ອິນເດຍ ກ່ຽວກັບເສດຖະກິດທະເລຂຽວຄັ້ງທີ 2

(VOVWORLD) - ວັນທີ 18 ກໍລະກົດ, ທີ່ນະຄອນຫລວງ ນິວເດລີ ຂອງປະເທດ ອິນເດຍ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອິນເດຍ
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ ອາຊຽນ - ອິນເດຍ ກ່ຽວກັບເສດຖະກິດທະເລຂຽວຄັ້ງທີ 2 - ảnh 1 ກອງປະຊຸມສຳມະນາ ອາຊຽນ - ອິນເດຍ ກ່ຽວກັບເສດຖະກິດທະເລຂຽວຄັ້ງທີ 2 (ພາບ: ຮິວບີງ)

ໄດ້ສົມທົບກັບສະຖາບັນຄົ້ນຄວ້າເສດຖະກິດກ່ຽວກັບ ອາຊຽນ ແລະ ອາຊີຕາເວັນອອກ (ERIA), ສູນຄົ້ນຄວ້າ ແລະ ລະບົບຂໍ້ມູນຂ່າວສານໃຫ້ແກ່ບັນດາປະເທດພວມພັດທະນາ (RIS) ແລະ ອົງການເດີນທະເລແຫ່ງຊາດ ອິນເດຍ (NMF) ຮ່ວມກັນຈັດຕັ້ງກອງປະຊຸມສຳມະນາ ອາຊຽນ - ອິນເດຍ ກ່ຽວກັບເສດຖະກິດທະເລຂຽວຄັ້ງທີ 2.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກບັນດາຂໍ້ສະເໜີລະອຽດມຸ່ງໄປເຖິງການຊຸກຍູ້ການຮ່ວມມືເສດຖະກິດທະເລຂຽວໃນຂອບເຂດຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ; ເພີ່ມທະວີການເຊື່ອມຕໍ່ເດີນທະເລໃນພາກພື້ນ, ໃນນັ້ນ ມີຄວາມຫວັງສິ້ນສຸດການເຈລະຈາສັນຍາຂົນສົ່ງທາງທະເລ ອາຊຽນ - ອິນເດຍ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ສ້າງສະພາບແວດລ້ອມສະດວກເພື່ອຮ່ວມມື, ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ