ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເສດ​ຖະ​ກິດ​​ສີ​ຟ້າແບບ​ຍືນ​ຍົງ 2018

(VOVWORLD) - ກອງປະຊຸມມີຈຳນວນຜູ້ແທນເຂົ້າຮ່ວມບັນລຸລະດັບສະຖິຕິແມ່ນ 18.000 ຄົນທີ່ມາຈາກ 183 ປະເທດ, ໃນນັ້ນມີປະມຸກລັດ, ຜູ້ນຳໜ້າລັດຖະບານປະເທດຕ່າງໆເກືອບ 40 ທ່ານ
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເສດ​ຖະ​ກິດ​​ສີ​ຟ້າແບບ​ຍືນ​ຍົງ 2018 - ảnh 1 ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ

ກອງປະຊຸມເສດຖະກິດສີຟ້າແບບຍືນຍົງ (SBEC) ຈັດຕັ້ງຢູ່ Nairobi, ປະເທດ ເຄັນຢາ, ໃນລະຫວ່າງວັນທີ 26-28/11. ນີ້ແມ່ນກອງປະຊຸມ SBEC ຄັ້ງທຳອິດໂດຍ ເຄັນຢາ, ການາດາ ແລະ ຍີ່ປຸ່ນ ພ້ອມກັນຈັດຕັ້ງດ້ວຍການໜູນຊ່ວຍຊອງ UNDP. ຄະນະຜູ້ແທນ ຫວຽດນາມ ລວມມີຜູ້ຕາງໜ້າກະຊວງຊັບພະຍາກອນ ສິ່ງແວດລ້ອມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມ. ກອງປະຊຸມມີຈຳນວນຜູ້ແທນເຂົ້າຮ່ວມບັນລຸລະດັບສະຖິຕິແມ່ນ 18.000 ຄົນທີ່ມາຈາກ 183 ປະເທດ, ໃນນັ້ນມີປະມຸກລັດ, ຜູ້ນຳໜ້າລັດຖະບານປະເທດຕ່າງໆເກືອບ 40 ທ່ານ, ພ້ອມກັບເຈົ້າໜ້າທີ່, ນັກຮຽນຮູ້, ອົງການສາກົນ, ອົງການສັງຄົມໃນທົ່ວໂລກ. ດ້ວຍຫົວຂໍ້ວ່າ “ເສດຖະກິດສີຟ້າ ແລະ ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ”, SBEC 2018 ແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫາລືກ່ຽວກັບມາດຕະການນຳໃຊ້ແຫຼ່ງຊັບພະຍາກອນໃຫ້ມີປະສິດທິຜົນ, ຍືນຍົງ, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພໃນການເດີນເຮືອໃນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ.

        ທີ່ວາລະປະຊຸມຫົວເລື່ອງສະເພາະກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ກະສິກຳ, ຄຸ້ມຄອງສິ່ງເສດເຫຼືອ ແລະ ມົນລະພິດຢູ່ມະຫາສະໝຸດ, ທ່ານນາງ ຟ້າມທິເກິ໊ມ ສັງກັດກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ມີບົດກ່າວຄຳເຫັນກ່ຽວກັບເລື່ອງມົນລະພິດແຫຼ່ງນ້ຳຍ້ອນຂີ້ເຫຍື້ອພຣາສຕິກ ແລະ ຊີ້ແຈ້ງບັນດາສິ່ງທ້າທາຍອັນໃຫຍ່ຫຼວງເຊິ່ງປະເທດຕ່າງໆພວມຕ້ອງປະເຊີນໜ້າ, ພິເສດແມ່ນບັນດາປະເທດພວມພັດທະນາຄື ຫວຽດນາມ, ກໍ່ຄືຊີ້ໃຫ້ເຫັນອອກໜຶ່ງໃນບັນດາສາຍເຫດຂອງສະພາບການນີ້ແມ່ນຖົງພຣາສຕິກ ມີລາຄາຖືກເກີນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ