ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ

(VOVWORLD) -   ວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ ຄະນະຊີ້ນໍາກ່ຽວກັບການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເພື່ອແນໃສ່ກວດກາຄືນວຽກງານກະກຽມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 2 ຢູ່ຊູດັງໃຕ້.
ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ - ảnh 1 ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນ (ພາບ: TTXVN)

        ປັດຈຸບັນ, ວຽກງານກະກຽມທາງດ້ານວິຊາການໃຫ້ແກ່ໂຮງໝໍ ກາງສະໜາມຂັ້ນ 2 ເລກ 2 ໄດ້ຮັບປະກັນເປັນຢ່າງດີ. ໄປຄຽງຄູ່ກັນນັ້ນ, ວຽກງານກະກຽມບັນດາລະບຽບການທາງນິຕິກໍາສໍາລັບບັນດາຄູູ່ຮ່ວມມືຕ່າງປະເທດ ແລະ ລະບຽບການທາງດ້ານນິຕິກໍາພາຍໃນປະເທດ ໂດຍແມ່ນກົມຮັກສາສັນຕິພາບ ຫວຽດນາມພວມຜັນຂະຫຍາຍປະຕິບັດຢ່າງຮີບດ່ວນ ແລະ ຮັບປະກັນໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ສໍາລັບວຽກງານຮັບເອົາ, ຫຸ້ມຫໍ່, ຂົນສົ່ງສິນຄ້າ, ພິທີມອບ-ຮັບ... ກໍໄດ້ຂຶ້ນແຜນປະຕິບັດຢ່າງລະອຽດໝົດແລ້ວ.

        ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢັ້ງຢືນເຖິງຄວາມຕັດສິນໃຈຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການຜັນຂະຫຍາຍໂຮງໝໍໂດຍປາສະຈາກສິ່ງເສດເຫຼືອປລາດສະຕິກເປັນແຫ່ງທໍາອິດໃນຄະນະປະຕິບັດງານຮັກສາສັນຕິພາບຢູ່ ສປຊ.

        ແລະກໍໃນວັນດຽວກັນ, ພິທີໄຂຊຸດຝຶກອົບຮົມກ່ຽວກັບການນໍາໃຊ້ເຄື່ອງອຸປະກອນຊ່າງແສງປະເພດໜັກ ກໍໄດ້ໄຂຂຶ້ນໃນຂອບເຂດໂຄງການຄູ່ຮ່່ວມມືສາມຝ່າຍປີ 2019 ຢູ່ກົມຮັກສາສັນຕິພາບຫວຽດນາມ ເພື່ອແນໃສ່ເພີ່ມທະວີກໍາລັງຄວາມສາມາດໃນການກະກຽມ ແລະ ກຽມພ້ອມຜັນຂະຫຍາຍບັນດາພາກສ່ວນຂອງ ກອງທະຫານຊ່າງແສງ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງຫວຽດນາມ ຕາມຂັ້ນຕອນຂອງ ສປຊ ໄດ້ຢ່າງວ່ອງໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ