ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັ​ນ​ຕິ​ພາບ ສ​ປ​ຊ: ສືບ​ຕໍ່​ຢັ້ງ​ຢືນ​ອິດ​ທິ​ພົນ, ກຳ​ລັງ​ຄວາມ​ສາ​ມາດ​ຂອງໂຮງໝໍກາງສະໜາມ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 26 ພະຈິກ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີສົ່ງພະນັກງານ, ພາລະກອນ ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດານ (ຄັ້ງທີ 2).  
ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັ​ນ​ຕິ​ພາບ ສ​ປ​ຊ: ສືບ​ຕໍ່​ຢັ້ງ​ຢືນ​ອິດ​ທິ​ພົນ, ກຳ​ລັງ​ຄວາມ​ສາ​ມາດ​ຂອງໂຮງໝໍກາງສະໜາມ ຫວຽດ​ນາມ - ảnh 1 ທ່ານພົນເຮືອເອກ ຫງວຽນຈ້ອງບິ່ງເປັນກຳລັງໃຈໃຫ້ແກ່ພະນັກງານ, ພາລະກອນ ໂຮງໝໍກາງສະໜາມຂັ້ນ 2 ເລກ 2 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດານ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນເຮືອເອກ ຫງວຽນຈ້ອງບິ່ງ ໄດ້ເຊື່ອໝັ້ນວ່າ ບັນດາພະນັກງານ, ພາລະກອນ ໂຮງໝໍກາງສະໜາມຈະປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ, ສືບຕໍ່ບັນລຸໄດ້ບັນດາຜົນງານຂອງກຳລັງເສນາຮັກ ເວົ້າລວມ ແລະ ໂຮງໝໍກາງສະໜາມ ຂັ້ນ  ເລກ 2  ເວົ້າສະເພາະ. ຄຽງຄູ່ກັບການປະຕິບັດໜ້າທີ່ວິຊາສະເພາະ, ບັນດາພະນັກງານ, ທ່ານໝໍ, ພາລະກອນການແພດຂອງໂຮງໝໍຕ້ອງຮັບປະກັນຄວາມປອດໄພ, ປະກອບສ່ວນເຂົ້າໃນການສ້າງພາບພົດ, ທີ່ຕັ້ງບົດບາດຂອງ ກອງທັບ ຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ