ຫວຽດນາມ ເຂົ້າຮ່ວມຕະຫຼາດນັດເພື່ອການກຸສົນ “CHARITY BAZAAR” ຄັ້ງທີ 25 ຢູ່ອູແກຣນ

(VOVWORLD) - ຄຽງຂ້າງນັ້ນ, ຕະຫຼາດນັດເພື່ອການກຸສົນກໍ່ເປັນໂອກາດເພື່ອໃຫ້ ຫວຽດນາມ ໄດ້ແນະນຳ ແລະ ໂຄສະນາເຜີຍແຜ່ປະເທດຊາດ, ປະຊາຊົນ, ວັດທະນະທຳ, ສິນຄ້າ ຫວຽດນາມ ສູ່ເພື່ອນມິດສາກົນ.
ຫວຽດນາມ ເຂົ້າຮ່ວມຕະຫຼາດນັດເພື່ອການກຸສົນ “CHARITY BAZAAR” ຄັ້ງທີ 25 ຢູ່ອູແກຣນ - ảnh 1 ງານຕະຫຼາດນັດເພື່ອການກຸສົນ “CHARITY BAZAAR” ຄັ້ງທີ 25

ຫວ່າງມໍ່ໆມານີ້, ຢູ່ເຂດສູນກິລາຄົບວົງຈອນ Olympiski ທີ່ນະຄອນຫຼວງກີແອບ ຂອງປະເທດອູແກຣນ, ໄດ້ໄຂຕະຫຼາດນັດເພື່ອການກຸສົນ “CHARITY BAZAAR” ຄັ້ງທີ 25 ດ້ວຍການເຂົ້າຮ່ວມຂອງ 42 ສະຖານທູດ ແລະ ບັນດາອົງການຈັດຕັ້ງສາກົນທີ່ມີສຳນັກງານຕັ້ງຢູ່ ອູແກຣນ. ສະຖານທູດ ຫວຽດນາມ ປະຈຳ ອູແກຣນ ຕັ້ງໜ້າເຂົ້າຮ່ວມທຸກໆຕະຫຼາດນັດເພື່ອການກຸສົນໃນຊຸມປີມໍ່ໆມານີ້ຢ່າງຕັ້ງໜ້າ ເພື່ອແນໃສ່ສະແດງນ້ຳໃຈສາມັກຄີ ແລະ ແບ່ງປັນບັນດາຄວາມຫຍຸ້ງຍາກກັບປະຊາຊົນ ອູແກຣນ, ເປັນຕົ້ນແມ່ນສຳລັບເດັກນ້ອຍເສຍອົງຄະ ແລະ ຜູ້ອາຍຸສູງ. ຄຽງຂ້າງນັ້ນ, ຕະຫຼາດນັດເພື່ອການກຸສົນກໍ່ເປັນໂອກາດເພື່ອໃຫ້ ຫວຽດນາມ ໄດ້ແນະນຳ ແລະ ໂຄສະນາເຜີຍແຜ່ປະເທດຊາດ, ປະຊາຊົນ, ວັດທະນະທຳ, ສິນຄ້າ ຫວຽດນາມ ສູ່ເພື່ອນມິດສາກົນ. ຈຳນວນເງິນທັງໝົດທີ່ໄດ້ຈາກການຂາຍສິນຄ້າຢູ່ຕະຫຼາດນັດ ແມ່ນສະຖານທູດ ຫວຽດນາມ ໄດ້ສົ່ງໃຫ້ສະພາກາແດງ ອູແກຣນ ເພື່ອຊ່ວຍເຫຼືອເດັກນ້ອຍເສຍອົງຄະ ແລະ ຄົນທຸກຍາກ ອູແກຣນ.

ຕອບກັບ

ຂ່າວ/ບົດ​ອື່ນ