ຫວຽດນາມ ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ Saint Petersburg

(VOVWORLD) - ວັນທີ 24 ພຶດສະພາ, ທີ່ສູນວາງສະແດງ “Expoforum” ຢູ່ນະຄອນ Saint Peterburg, ເວທີປາໄສເສດຖະກິດສາກົນ Saint Peterburg (SPIEF-2018) ຄັ້ງທີ 22 ໄດ້ໄຂຂຶ້ນ ພາຍໃຕ້ການອຸປະຖຳ ແລະ ເຂົ້າຮ່ວມຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin.

ມີຜູ້ແທນກ່ວາ 10.000 ຄົນທີ່ຕາງໜ້າໃຫ້ກ່ວາ 120 ປະເທດເຂົ້າຮ່ວມເວທີປາໄສ. ທ່ານ ຫງວຽນວັນບີງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ໄປເຂົ້າຮ່ວມເວທີປາໄສດັ່ງກ່າວ.

        ບັນດາການເຄື່ອນໄຫວຂອງ SPIEF-2018 ສຸມໃສ່ເຂົ້າໃນ 4 ຫົວຂໍ້ຕົ້ນຕໍ ລວມມີ: “ພື້ນຖານເສດຖະກິດທົ່ວໂລກໃນສັກກະລາດແຫ່ງຊາດປ່ຽນແປງໃໝ່”, “ປະເທດລັດເຊຍ: ນຳໃຊ້ຄວາມສາມາດບົ່ມຊ້ອນການເຕີບໂຕ”, “ຊັບພະຍາກອນມະນຸດໃນພື້ນຖານເສດຖະກິດດີຈີຕອນ” ແລະ “ເຕັກໂນໂລຢີມີບົດບາດນຳໜ້າ”. ຕາມທິດນຳຕົ້ນຕໍຂອງເວທີປາໄສ “ສ້າງພື້ນຖານເສດຖະກິດມີຄວາມໄວ້ເນື້ອເຊື່ອໃຈ”, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບເຕັກໂນໂລຢີດີຈີຕອນທີ່ມີຜົນສະທ້ອນເຖິງທຸກຂົງເຂດໃນຊີວິດການເປັນຢູ່, ໃນນັ້ນ ມີບັນດາບັນຫາເຄັ່ງຮ້ອນຄື: ພູມປັນຍາທຽມ, ການປິ່ນປົວດ້ວຍ Gen, ເຕັກໂນໂລຢີພົ້ນເດັ່ນໃນແພດ ສາດ…


ຕອບກັບ

ຂ່າວ/ບົດ​ອື່ນ