ຫວຽດນາມ ເດັດດ່ຽວກ່າວປະນາມ ແລະ ຕ້ານຄືນການກະທຳກໍ່ການຮ້າຍພາຍໃຕ້ຫຼາຍຮູບຫຼາຍແບບ

(VOVWORLD) - ຍາມໃດ ກົມຄວາມໝັ້ນຄົງພາຍໃນກໍ່ກຳນົດບັນດາຄວາມສ່ຽງກໍ່ການຮ້າຍຈາກພາຍນອກ ຈະກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງແຫ່ງຊາດ ຫວຽດນາມ.
ຫວຽດນາມ ເດັດດ່ຽວກ່າວປະນາມ ແລະ ຕ້ານຄືນການກະທຳກໍ່ການຮ້າຍພາຍໃຕ້ຫຼາຍຮູບຫຼາຍແບບ  - ảnh 1 ທ່ານພົນຈັດຕະວາ ຟ້າມງອັກຫວຽດ
(ພາບ: ກະຊວງຕຳຫຼວດ)

        ທ່ານພົນຈັດຕະວາ ຟ້າມງອັກຫວຽດ, ຫົວໜ້າກົມຄວາມໝັ້ນຄົງພາຍໃນ, ກະຊວງຕຳຫຼວດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງບັນດາຫົວໜ້າກຳລັງປ້ອງກັນ, ຕ້ານການກໍ່ການຮ້າຍບັນດາປະເທດ ໂດຍສະຫະປະຊາຊາດຈັດຂຶ້ນຢູ່ ນິວຢອກ, ປະເທດ ອາເມລິກາ, ແຕ່ວັນທີ 19 – 22 ມິຖຸນາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນຈັດຕະວາ ຟ້າມງອັກຫວຽດ, ເນັ້ນໜັກວ່າ ຫວຽດນາມ ເດັດດ່ຽວກ່າວປະນາມ ແລະ ຕ້ານຄືນບັນດາການກະທຳກໍ່ການຮ້າຍພາຍໃຕ້ຫຼາຍຮູບຫຼາຍແບບ ແລະ ສະໜັບສະໜູນບັນດາມາດຕະການຕ້ານການກໍ່ການຮ້າຍຂອງບັນດາປະເທດ, ອົງການຈັດຕັ້ງສາກົນທີ່ສອດຄ່ອງກັບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ຢູ່ ຫວຽດນາມ, ຍາມໃດ ກົມຄວາມໝັ້ນຄົງພາຍໃນກໍ່ກຳນົດບັນດາຄວາມສ່ຽງກໍ່ການຮ້າຍຈາກພາຍນອກ ຈະກໍ່ຄວາມເສຍຫາຍເຖິງຄວາມໝັ້ນຄົງແຫ່ງຊາດ ຫວຽດນາມ. ເຫດການທີ່ເກີດຂຶ້ນຢູ່ແຂວງ ດັກລັກ ໃນວັນທີ 11 ມິຖຸນາ ຜ່ານມາ ແມ່ນການເຄື່ອນໄຫວທີ່ມີການຈັດຕັ້ງ, ໄດ້ຮັບການປະກອບອາວຸດຊະນິດຕ່າງໆ; ການກະທຳໂສສຸດ. ຫວຽດນາມ ກ່າວປະນາມຢ່າງແຮງບັນດາສ່ວນບຸກຄົນ, ອົງການຈັດຕັ້ງທີ່ໄດ້ສະໜັບສະໜູນ, ຊີ້ນຳ ກໍຄືບັນດາເປົ້າໝາຍທີ່ໄດ້ເຂົ້າຮ່ວມເຫດການນີ້ໂດຍກົງ; ພ້ອມທັງ, ຮຽກຮ້ອງໃຫ້ບັນດາປະເທດ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຈົ່ງໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການສືບສວນເຫດການ ກໍຄືຕໍ່ສູ້ກັບບັນດາການກະທຳທີ່ຄ້າຍຄືກັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ