ຫວຽດນາມ ເພີ່ມທະວີການແລກປ່ຽນການຄ້າກັບບັນດາປະເທດ ອາເມລິກາໃຕ້

(VOVWORLD) - ທ່ານຮອງລັດຖະມົນຕີຫວັງວ່າ ໂກລົມບີ ຈະເປັນຂົວຕໍ່ເພື່ອໃຫ້ສິນຄ້າຂອງ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອາເມລິກາ ລາຕິນ
ຫວຽດນາມ ເພີ່ມທະວີການແລກປ່ຽນການຄ້າກັບບັນດາປະເທດ ອາເມລິກາໃຕ້ - ảnh 1ປະຈຸບັນ ໂກລົມບີ ແມ່ນຄູ່ຄ້າໃຫຍ່ອັນດັບທີ 5 ຂອງ ຫວຽດນາມ ຢູ່ບັນດາປະເທດ ອາເມລິກາ ລາຕິນ
(ພາບ: moit.gov.vn)

          ໃນລະຫວ່າງວັນທີ 26 ກັນຍາ ຫາວັນທີ 3 ຕຸລາ, ມີຜູ້ຕ່າງໜ້າວິສາຫະກິດ ຫວຽດນາມ ເກືອບ 20 ທ່ານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ໂກລົມບີ ແລະ ຈີເລ ເພື່ອແນໃສ່ແຊກຊຶມຢ່າງເລິກເຊິ່ງ, ກວ້າງຂວາງເຂົ້າຕະຫຼາດບັນດາປະເທດຂຶ້ນກັບ ສະຫະພັນ ປາຊີຟິກ (ລວມມີ: ຈີເລ, ໂກລົມບີ, ເມັກຊີກໂກ, ເປຣູ) ແລະ ຕະຫຼາດ ອາເມລິກາ ລາຕິນ ເວົ້າລວມ.

          ກ່າວຄຳເຫັນທີ່ກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ຊຸກຍູ້ການສົ່ງອອກໄປຍັງຕະຫຼາດຂອງບັນດາປະເທດສະຫະພັນ ປາຊີຟິກ”, ຈັດຂຶ້ນຢູ່ນະຄອນຫຼວງ Bogota ປະເທດ ໂກລົມບີ, ໃນວັນທີ 28 ກັນຍາ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໂດ້ທັງຫາຍ, ເນັ້ນໜັກວ່າ: ປະຈຸບັນ ໂກລົມບີ ແມ່ນຄູ່ຄ້າໃຫຍ່ອັນດັບທີ 5 ຂອງ ຫວຽດນາມ ຢູ່ບັນດາປະເທດ ອາເມລິກາ ລາຕິນ. ສະນັ້ນ, ທ່ານຮອງລັດຖະມົນຕີຫວັງວ່າ ໂກລົມບີ ຈະເປັນຂົວຕໍ່ເພື່ອໃຫ້ສິນຄ້າຂອງ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອາເມລິກາ ລາຕິນ ເວົ້າລວມ ແລະ ບັນດາປະເທດຂຶ້ນກັບສະຫະພັນປາຊີຟິກ ເວົ້າສະເພາະ. ກົງກັນຂ້າມ, ຫວຽດນາມ ພ້ອມແລ້ວທີ່ຈະເປີດປະຕູເພື່ອໃຫ້ສິນຄ້າຂອງ ໂກລົມບີ ແຊກຊຶມເຂົ້າຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ