ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ​ຢູ່​ແຂວງ​ເທື່ອ​ທຽນ​ - ເຫວ້

(VOVWORLD) - ການຜັນຂະຫຍາຍປະຕິບັດໂຄງການ ເປັນການຢັ້ງຢືນຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊ່ວຍສ້າງການດຳລົງຊີວິດເປັນປົກກະຕິ ແລະ ພັດທະນາເສດຖະກິດສັງຄົມ. ໝາກຜົນຂອງໂຄງການ ກໍເປັນການສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ກອງທັບ ທີ່ມີຕໍ່ປະຊາຊົນ ແລະ ດິນແດນປະຕິວັດ.
ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ​ຢູ່​ແຂວງ​ເທື່ອ​ທຽນ​ - ເຫວ້ - ảnh 1ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 24 ຕຸລາ, ຢູ່ສະໜາມບິນ ອາຊໍ, ເມືອງ ອາເລື໊ອຍ, ແຂວງ ເທື່ອທຽນ - ເຫວ້, ເຫຼົ່າຮົບເຄມີ, ກະຊວງປ້ອງກັນປະເທດ, ຈັດພິທີປະກາດປະຕິບັດສຳເລັດໂຄງການ “ກຳຈັດດິນຖືກມົນລະພິດດີໂອຊິນ ຢູ່ສະໜາມບິນ ອາຊໍ, ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫວ້”. ໂຄງການໄດ້ປະຕິບັດນັບແຕ່ເດືອນ ມີນາ 2020 ມາຮອດປັດຈຸບັນ, ດ້ວຍປະລິມານດິນທັງໝົດກວ່າ 38.700 m3 ຖືນມົນລະພິດຈາກທາດພິດດີໂອຊິນ ໄດ້ຮັບການກຳຈັດສຳເລັດ.

        ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ການຜັນຂະຫຍາຍປະຕິບັດໂຄງການ ເປັນການຢັ້ງຢືນຄວາມມານະພະຍາຍາມຂອງກະຊວງປ້ອງກັນປະເທດ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊ່ວຍສ້າງການດຳລົງຊີວິດເປັນປົກກະຕິ ແລະ ພັດທະນາເສດຖະກິດສັງຄົມ. ໝາກຜົນຂອງໂຄງການ ກໍເປັນການສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ, ກອງທັບ ທີ່ມີຕໍ່ປະຊາຊົນ ແລະ ດິນແດນປະຕິວັດ.

        ໂອກາດນີ້, ກະຊວງປ້ອງກັນປະເທດ ກໍໄດ້ມອບຂອງຂວັນຫຼາຍພູດໃຫ້ແກ່ພໍ່ແມ່ປະຊາຊົນຕາແສງ ດົງເຊີນ, ເມືອງ ອາເລືອຍ, ແຂວງ ເທື່ອທຽນເຫວ້.

ຕອບກັບ

ຂ່າວ/ບົດ​ອື່ນ