ຫວຽດນາມ ແບ່ງປັນນະໂຍບາຍສົ່ງເສີມການພັດທະນາການແພດພື້ນເມືອງ

(VOVWORLD) - ບັນດານັກຊ່ຽວຊານດ້ານການແພດພື້ມເມືອງໃນທົ່ວໂລກໄດ້ໃຫ້ຄຳປຶກສາ, ປຶກສາຫາລືພ້ອມກັບ WHO ສ້າງນະໂຍບາຍພັດທະນາຍຸດທະສາດການກະທຳໄລຍະ 2025 – 2034 ກ່ຽວກັບການແພດພື້ນເມືອງ.
ຫວຽດນາມ ແບ່ງປັນນະໂຍບາຍສົ່ງເສີມການພັດທະນາການແພດພື້ນເມືອງ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: The Indian Express)

        ກອງປະຊຸມການແພດພື້ນເມືອງທົ່ວໂລກຄັ້ງທີ 1 ໂດຍອົງການອະນາໄມໂລກ (WHO) ແລະ ລັດຖະບານ ອິນເດຍ ໄດ້ຮ່ວມຈັດຂຶ້ນ, ເຊິ່ງດຳເນີນຢູ່ນອກກອງປະຊຸມລັດຖະມົນຕີສາທາລະນະສຸກ G20 ແຕ່ວັນທີ 17-18 ສິງຫາ ຢູ່ເມືອງເອກ Gandhinagar, ລັດ Gujarat, ທາງທິດຕາເວັນຕົກ ອິນເດຍ. ດ້ວຍຫົວຂໍ້ວ່າ “ໜ່ວຍໂລກໜຶ່ງ, ຄອບຄົວໜຶ່ງ, ອະນາຄົດໜຶ່ງ”, ບັນດານັກຊ່ຽວຊານດ້ານການແພດພື້ມເມືອງໃນທົ່ວໂລກໄດ້ໃຫ້ຄຳປຶກສາ, ປຶກສາຫາລືພ້ອມກັບ WHO ສ້າງນະໂຍບາຍພັດທະນາຍຸດທະສາດການກະທຳໄລຍະ 2025 – 2034 ກ່ຽວກັບການແພດພື້ນເມືອງ. ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິເຮືອງລຽນ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຊາວທາຍເຢືອງ ຈຳກັດ, ແບ່ງປັນບາງຈຸດຕັ້ງໜ້າໃນນະໂຍບາຍສົ່ງເສີມການພັດທະນາການແພດພື້ນເມືອງຢູ່ ຫວຽດນາມ, ຢືນຢັນເຖິງບັນດາການປະກອບສ່ວນຂອງການແພດພື້ນເມືອງໃນການເບິ່ງແຍງດູແລ ແລະ ປົກປ້ອງສຸຂະພາບຂອງປະຊາຊົນ.

        ປະຈຸບັນ, 170 ປະເທດສະມາຊິກໄດ້ລາຍງານກັບ WHO ກ່ຽວກັບການນຳໃຊ້ການແພດພື້ນເມືອງຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ