ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຮ່ວມມືດ້ານການຄ້າທີ່ໜ້າປະທັບໃຈ

(VOVWORLD) - ທ່ານນາງ ຫວູທູຖຸຍ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດສຳຄັນ, ມີຄວາມສາມາດບົ່ມຊ້ອນອື່ນໆຄື: ເສດຖະກິດໝູນວຽນ, ພະລັງງານສີຂຽວ, ກະສິກຳອັດສະລິຍະ, ເສດຖະກິດດີຈີຕອນ...
ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຮ່ວມມືດ້ານການຄ້າທີ່ໜ້າປະທັບໃຈ - ảnh 1ກອງປະຊຸມຢູ່ ບຣຸກແຊນ ໃນວັນທີ 6 ມິຖຸນາ
(ພາບ:TTXVN)

ຕອນບ່າຍວັນທີ 6 ມິຖຸນາ, ກ່າວຄຳເຫັນທີ່ກອງປະຊຸມ ຢູ່ ບຣຸກແຊນ, ລະຫວ່າງ ຄະນະກຳມະການສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ ປະເທດແບນຊິກ (ABC) ກັບ ທ່ານ Valdis Dombrovski, ຮອງປະທານຄະນະກຳມະການເອີລົບ (EC) ທັງເປັນຂະຫຼວງໃຫຍ່ການຄ້າ, ທ່ານນາງ ຫວູ້ທູຖຸຍ, ຜູ້ຕາງໜ້າຄະນະຜູ້ແທນ ຫວຽດນາມ, ອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ ໄດ້ເນັ້ນໜັກວ່າ: ສະຫະພາບ ເອີລົບ (EU) ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ໃນນັ້ນການຄ້າແມ່ນຈຸດເດັ່ນ ແລະ ແມ່ນເສົາຄ້ຳໃນການພົວພັນກັບ ຫວຽດນາມ -  EU. ທ່ານນາງ ຫວູທູຖຸຍ ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ແລະ ເປີດກ້ວາງການຮ່ວມມືໃນບັນດາຂົງເຂດສຳຄັນ, ມີຄວາມສາມາດບົ່ມຊ້ອນອື່ນໆຄື: ເສດຖະກິດໝູນວຽນ, ພະລັງງານສີຂຽວ, ກະສິກຳອັດສະລິຍະ, ເສດຖະກິດດີຈີຕອນ...

        ກ່ຽວກັບການພົວພັນ ອາຊຽນ - EU ແລະ ບັນດານະໂຍບາຍໃໝ່ຂອງ EU, ທ່ານນາງ ຫວູທູຖຸຍ ເນັ້ນໜັກວ່າ: ຫວຽດນາມ ກຽມພ້ອມຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍລວມຂອງທັງກຸ່ມ, ກຳແໜ້ນ ແລະ ໝູນໃຊ້ບັນດາກາລະໂອກາດ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືອັນໃຫຍ່ຫຼວງ ລະຫວ່າງ ອາຊຽນ ແລະ EU ໃນໄລຍະຈະມາເຖິງ.

        ສ່ວນ ທ່ານ Valdis Dombrovski, ຮອງປະທານຄະນະກຳມະການເອີລົບ (EC) ຢັ້ງຢືນວ່າ: EU ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ EU ໃນພາກພື້ນ ແມ່ນແບບຢ່າງກ່ຽວກັບການຮ່ວມມືການຄ້າທີ່ສ້າງຄວາມປະທັບໃຈ, ພິເສດແມ່ນພາຍຫຼັງມີສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA). ໃນໄລຍະຈະມາເຖິງ, EU ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ກ່ວາອີກ, ພິເສດແມ່ນໃນຂົງເຂດສຳຄັນຄືການຫັນປ່ຽນພະລັງງານແບບຍຸຕິທຳ, ພັດທະນາແບບຍືນຍົງ...

ຕອບກັບ

ຂ່າວ/ບົດ​ອື່ນ