ຫວຽດ​ນາມ ແມ່ນ​ໜຶ່ງໃນ​ບັນ​ດາ​ການ​​ເລືອກເຟັ້ນ​ທີ່​ດີ​ທີ່​ສຸດ ສຳ​ລັບ​ນັກ​ລົງ​ທຶນ ໄ​ຕ້​ຫວັນ (ຈ​ີນ)

(VOVWORLD) -ລະບົບສະໜອງ ຢູ່ ຫວຽດນາມ ແລະ ໄທ ກໍ່ໃກ້ຈະປະຕິບັດໃຫ້ສຳເລັດສົມບູນ ພາຍຫຼັງຄວາມມານະພະຍາຍາມມາເປັນເວລາຫຼາຍປີ. ດັ່ງນັ້ນ, ຫວຽດນາມ ແລະ ໄທ ແມ່ນບັນດາການເລືອກເຟັ້ນທີ່ດີທີ່ສຸດ ໃຫ້ແກ່ບັນດານັກສະໜອງ ໄຕ້ຫວັນ ຊຶ່ງພວມແຊກຊືມເຂົ້າຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້.
ຫວຽດ​ນາມ ແມ່ນ​ໜຶ່ງໃນ​ບັນ​ດາ​ການ​​ເລືອກເຟັ້ນ​ທີ່​ດີ​ທີ່​ສຸດ ສຳ​ລັບ​ນັກ​ລົງ​ທຶນ ໄ​ຕ້​ຫວັນ (ຈ​ີນ) - ảnh 1ຜະລິດເຄື່ອງນຸ່ງ ຢູ່ ຮຶງອຽນ (ພາບ: TTXVN)

ຕາມບົດຂຽນທີ່ໄດ້ລົງ ເມື່ອວັນທີ 26 ພຶດສະພາ ໃນເວັບໄຊ Digitimes Asia ແລ້ວ, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການເພີ່ມທະວີສະມັດຕະພາບ,  ມີນັກສະໜອງ ຢູ່ໄຕ້ຫວັນຫຼາຍຄົນ ມີແນວຄິດຈະຍ້າຍສະຖານທີ່ຜະລິດໄປຍັງ ອາຊີຕາເວັນອອກສ່ຽງໃຕ້, ສ້າງບັນດາເຂດອຸດສາຫະກຳໃໝ່ ເພື່ອສວຍໃຊ້ທ່າໄດ້ປຽບກ່ຽວກັບແຮງງານ ແລະ ພູມີປະເທດ ກໍ່ຄືຄວາມຕ້ອງການຕະຫຼາດທີ່ເພີ່ມຂຶ້ນໂດຍໄວໃນພາກພື້ນ. ໃນຍຸດທະສາດນີ້, ຫວຽດນາມ ແລະ ໄທໄດ້ຮັບການຕີລາຄາວ່າ ແມ່ນການເລືອກເຟັ້ນທີ່ດີທີ່ສຸດ.

ຕາມບົດຂຽນແລ້ວ, ບັນດານັກຜະລິດໄດ້ເລືອກເຟັ້ນສ້າງຮາກຖານຜະລິດໃໝ່ຢູ່ ຫວຽດນາມ ແລະ ໄທ ສ່ວນໜຶ່ງແມ່ນຍ້ອນພື້ນຖານໂຄງລ່າງຄົມມະນາຄົມ. ເລື່ອງອາດສາມາດ ຂົນສົ່ງສິນຄ້າຜ່ານເຄືອຂ່າຍທາງບົກ ຈະທົດແທນໃຫ້ແກ່ສະພາບແວດລ້ອມລະບົບສະໜອງທີ່ຍັງບໍ່ທັນໄດ້ຮັບການບຸລະນະຢ່າງສຳເລັດຜົນຢູ່ ຫວຽດນາມ ຫຼື ໄທ. ຍິ່ງໄປກ່ວານັ້ນ, ລະບົບສະໜອງ ຢູ່ ຫວຽດນາມ ແລະ ໄທ ກໍ່ໃກ້ຈະປະຕິບັດໃຫ້ສຳເລັດສົມບູນ ພາຍຫຼັງຄວາມມານະພະຍາຍາມມາເປັນເວລາຫຼາຍປີ. ດັ່ງນັ້ນ, ຫວຽດນາມ ແລະ ໄທ ແມ່ນບັນດາການເລືອກເຟັ້ນທີ່ດີທີ່ສຸດ ໃຫ້ແກ່ບັນດານັກສະໜອງ ໄຕ້ຫວັນ ຊຶ່ງພວມແຊກຊືມເຂົ້າຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ