ຫວຽດນາມ ແລະ Ecuador ຮ່ວມມືພ້ອມກັນພັດທະນາ

ຫວຽດນາມ ແລະ Ecuador ຮ່ວມມືພ້ອມກັນພັດທະນາ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ແລະ ອົບ​ພະຍົບ ​Ecuado, Ricardo Patino Aroca
(ພາບ: baomoi.com)


(vovworld) - ຕອນ​ຄໍ່າ​ວັນ​ທີ 24/06, ຢູ່​ຮ່າ​ໂນ້ຍ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ແລະ ອົບ​ພະຍົບ ​Ecuado, Ricardo Patino Aroca ​ໄດ້​ຈັດການ​ປະ​ຊຸນ​ຂ່າວ ​ເພື່ອ​ແນ​ໃສ່​ແລກປ່ຽນ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນຂອງ​ຫວຽດນາມ ​ແລະ ສາກົນ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ຫວຽດນາມ - Ecuador ​ໃນ​ປະຈຸ​ບັນ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ລັດຖະມົນຕີ Ricardo Patino Aroca ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ  Ecuador ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ​ກວ່າ​ອີກ, ພິ​ເສດ​ແມານ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ເມືອງ, ວັດທະນະທຳ, ບັນດດາ​ບັນຫາ​ສັງຄົມ... ພ້ອມ​ກັນ​ນັ້ນ, ​ທ່ານລັດຖະມົນຕີ Ricardo Patino Aroca ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ​ຍົກ​ອອກ​​ມາດ​ຕະການ​ແກ້​ໄຂຕ່າງໆ​ເພື່ອ​ໃຫ້ບັນດາຜະລິດ​ຕະພັນ​ທີ່​ມີ​ທ່າ​ແຮງ​ຂອງ​ທັງ 2 ປະ​ເທດ​ສຳ​ພັດ​ກັບ​ຕະຫຼາດ​ຂອງ​ກັນ​ຢ່າງ​ງ່າ​ຍດາຍ​ກວ່າ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. 2 ປະ​ເທດ​ກໍ​ຕ້ອງ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ຮ່ວມ​ມືຢ່າງ​ລະອຽດ ​ແລະ ພັດທະນາ​ວ່ອງ​ໄວ​ທີ່​ສຸດ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ທ່ານລັດຖະມົນຕີ Ricardo Patino Aroca ​ໃຫ້​ຮູ້​​ຕື່​ມອີກ​ວ່າ, ​ໃນ​ໄລຍະ​ຜ່ານ​ມາ, ການ​ນຳ 2 ປະ​ເທດ​ຫວຽດນາມ - Ecuador ​ໄດ້​ລົງ​ນາມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ທີ່ສຳຄັນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ປະສິດທິ​ຜົນກຳລັງ​ຄວາມ​ສາມາດ​ທີ່​ມີ​ຢູ່​ແລ້ວ​ຂອງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, 2 ຝ່າຍ ຈະ​ແລກປ່ຽນບົດຮຽນ​ໃນ​ການ​ພັດທະນາ​ເປັນ​ປະຈຳ, ​ເພີ່ມ​ທະວີການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ການ​ຕ່າງປະ​ເທດ​ລະ​ຫວ່າງ 2 ປະ​ເທດ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ