ຫວຽດ​ນາມ ແລະ OECD ​ແລກ​ປ່ຽນ​ການສ້າງ​ຮ່າງ​ບົດ​ລາຍ​ງານ​ເສດ​ຖະ​ກິດ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 5 ກັນຍາ, ຢູ່ສຳນັກງານອົງການຈັດຕັ້ງ ແລະ ຮ່ວມມືພັດທະນາເສດຖະກິດ (OECD) ຢູ່ນະຄອນຫຼວງ ປາຣີ, ປະເທດຝລັ່ງ, ໄດ້ດຳເນີນກອງປະຊຸມແລກປ່ຽນການສ້າງຮ່າງບົດລາຍງານເສດຖະກິດ ຫວຽດນາມ ໂດຍ OECD ແລະ ທະນາຄານພັດທະນາອາຊີ (ABD) ສົມທົບກັນປະຕິບັດ. 
ຫວຽດ​ນາມ ແລະ OECD ​ແລກ​ປ່ຽນ​ການສ້າງ​ຮ່າງ​ບົດ​ລາຍ​ງານ​ເສດ​ຖະ​ກິດ ຫວຽດ​ນາມ - ảnh 1ພາບປະກອບ: TTXVN

ຮ່າງບົດລາຍງານ ໄດ້ສ້າງຕັ້ງ ໃນຂອບເຂດບົດບັດທຶກຊ່ວຍຈຳຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ OECD ໄລຍະ 2022 – 2026 ທີ່ໄດ້ຮັບການລົງນາມໃນເດືອນພະຈິກ ປີ 2021. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຕີລາຄາສູງ ຮ່າງບົດລາຍງານຄັ້ງທີ 2 ໂດຍ ADB ແລະ OECD ສ້າງຂຶ້ນ ແລະ ສົມທົບກັນສ້າງໃຫ້ສົມບູນແບບ ບົນພື້ນຖານການປະກອບຄຳເຫັນ, ຮັບເອົາ, ປັບປຸງ ແລະ ອັບເດດ ຂໍ້ມູນຕີລາຄາຕິດແທດກັບຄຳເຫັນປະກອບຂອງອົງການຝ່າຍ ຫວຽດນາມ”. ບົດລາຍງານ ໄດ້ສະແດງໃຫ້ເຫັນບັນດາເນື້ອໃນ: ສານກ່ຽວກັບການຮັກສາເສດຖະກິດມະຫາພາກ ແລະ ສະຖຽນລະພາບທາງສັງຄົມ, ຕິດພັນກັບການຟື້ນຟູເສດຖະກິດ; ຮຽກຮ້ອງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຕິດພັນກັບການປັບປຸງການບໍລິຫານລັດວິສາຫະກິດ ແລະ ບັນດາຂໍ້ກຳນົດກ່ຽວກັບບັນດາຕະຫຼາດສິນຄ້າລະອຽດ… ນີ້ແມ່ນຄັ້ງທຳອິດ OECD ສ້າງບົດລາຍງານ ແລະ ການສຳຫຼວດສຳລັບ ຫວຽດນາມ, ປະກອບສ່ວນຍົກອອກແງ່ມູນຢ່າງພາວະວິໄສ, ເອກະລາດ ແລະ ສົ່ງເສີມຢ່າງຊັດເຈນ, ແມ່ນເອກະສານທີ່ມີຄຸນນະພາບ ຊ່ວຍບັນດານັກວາງແຜນກຳນົດນະໂຍບາຍຂອງ ຫວຽດນາມ ມີຂໍ້ມູນຕື່ມອີກ ແລະ ຕັດສິນໃຈປຽນແປ່ງໃໝ່, ມີການປັບປຸງທີ່ມີຄວາມເປັນໄປໄດ້ໃນສະພາບການຟື້ນຟູ ແລະ ພັດທະນາເສດຖະກິດ ຫວຽດນາມ ໄລຍະຫຼັງໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ