ຫວຽດ​ນາມ ແລະ ຈີນ ອອກ​ຖະ​ແຫຼງ​ການ​ຮ່ວມ

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບຖືວ່າ ການພັດທະນາການພົວພັນລະຫວ່າງສອງປະເທດ  ຕ້ອງປະຕິບັດຕາມ ກົດບັດ ສປຊ, ກົດໝາຍສາກົນ ແລະ ມາດຖານ ພື້ນຖານຂອງການພົວພັນສາກົນ, ຢຶດໝັ້ນຄວາມເຄົາລົບເຊິ່ງກັນແລະກັນ
ຫວຽດ​ນາມ ແລະ ຈີນ ອອກ​ຖະ​ແຫຼງ​ການ​ຮ່ວມ - ảnh 1ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສິຈິ້ນຜິງ ແລະ ທ່ານເລຂາທິການຫໃຫຍ່  ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ
(ພາບ: TTXVN)

ວັນທີ 13 ທັນວາ, ໃນຂອບເຂດການຢ້ຽມຢາມຫວຽດນາມ ທາງລັດຖະກິດ (12 – 13 ທັນວາ) ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສິຈິ້ນຜິງ, ຫວຽດນາມ ແລະ ຈີນໄດ້ອອກຖະແຫຼງການຮ່ວມກ່ຽວກັບການສືບຕໍ່ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເລິກເຊິ່ງກ່ວາ, ສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ.

ຖະແຫຼງການຮ່ວມມີ 17 ໜ້າ, ລວມມີ 5 ຫົວຂໍ້ໃຫຍ່. ໃນນັ້ນ ໄດ້ຢັ້ງຢືນວ່າ ຫວຽດນາມ ແລະ ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ມີລະບົບການເມືອງຄ້າຍຄືກັນ, ອຸດົມຄະຕີ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ, ເສັ້ນທາງພັດທະນາທີ່ໃກ້ຊິດ, ຮ່ວມທິດທາງດຽວກັນ, ແບ່ງປັນອະນາຄົດລວມ, ພ້ອມກັນມານະພະຍາຍາມເພື່ອເປົ້າໝາຍ ປະຊາຊົນມີຄວາມຜາສຸກ ແລະ ປະເທດຊາດເຂັ້ມແຂງ, ມານະພະຍາຍາມເພື່ອກິດຈະກຳອັນສູງສົ່ງ ແຫ່ງສັນຕິພາບ ແລະ ຄວາມກ້າວໜ້າຂອງມວນມະນຸດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບຖືວ່າ ການພັດທະນາການພົວພັນລະຫວ່າງສອງປະເທດ  ຕ້ອງປະຕິບັດຕາມ ກົດບັດ ສປຊ, ກົດໝາຍສາກົນ ແລະ ມາດຖານ ພື້ນຖານຂອງການພົວພັນສາກົນ, ຢຶດໝັ້ນຄວາມເຄົາລົບເຊິ່ງກັນແລະກັນ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕ່າງມີໄຊຊະນະ, ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ໂດຍຜ່ານສັນຕິວິທີ.

ຕອບກັບ

ຂ່າວ/ບົດ​ອື່ນ